ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 28, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຂ່າວດີ ສປ ຈີນຈະນໍາວັກຊີນປ້ອງກັນໂຄ ວິ ດ-19 ມາຊ່ວຍສປປລາວຮອບສາມ

Staff by Staff
ເດືອນເມສາ 26, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ສປ ຈີນຈະນໍາວັກຊີນປ້ອງກັນໂຄ ວິ ດ-19 ມາຊ່ວຍສປປລາວຮອບສາມໃນຖານະທີ່ເປັນຄູ່ຮ່ວມຊາຕາກຳທີ່ຄຽງບ່າຄຽງໄຫຼ່ ແລະໃຫ້ການຊ່ວຍເຫລືອຊຶ່ງກັນ ແລະກັນຕະຫລອດມາ ຈີນຈະຕັ້ງຫນ້າຈັດຕັ້ງປະຕິບັດການຕົກລົງທີ່ເປັນເອກກະພາບກັນຂອງເລຂາທິການໃຫຍ່ສອງພັກ ສືບຕໍ່ສະຫນັບສະຫນູນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດໂຄວິດ-19, ພະຍາຍາມສະໜອງຢາວັກຊິນເປັນຄັ້ງທີ 3 ໃຫ້ແກ່ຝ່າຍລາວ. ທ່ານ ຈ່ຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈໍາລາວກ່າວຢືນຢັນເມື່ອວັນທີ 23 ເມສາ 2021 ເນື່ອງໃນໂອກາດກ່າວຄໍາປາໄສລະນຶກວັນສ້າງຕັ້ງສ້າງສາຍພົວພັນການທູດຈີນ-ລາວ,ລາວ-ຈີນຄົບຮອບ60ປີ.

ສປ ຈີນຕີລາຄາສູງ ແລະເຫັນວ່າພັກ ແລະລັດຖະບານລາວໄດ້ນຳໃຊ້ມາດຕະການທຸກອັນທີ່ທັນການ ແລະເດັດຂາດ. ໃນປັດຈຸບັນເນື່ອງຈາກປະຊາຊົນລາວກຳລັງສູ້ຊົນຕ້ານກັບການລະບາດຂອງພະຍາດໂຄວິດ-19 ໃນຮອບໃຫມ່ທີ່ມີທ່າອ່ຽງຮ້າຍແຮງ ລະບາດໄວ ຕອບໂຕ້ຍາກ ແລະມີຜົນກະທົບກວ້າງຂວາງ. ສອງຝ່າຍຍັງໄດ້ຕົກລົງໂຈະການສະເຫລີມສະຫລອງການພົວພັນການທູດຄົບຮອບ 60 ປີທີ່ວາງໄວ້ຕາມແຜນ.

ພ້ອມດຽວກັນ, ທ່ານທູດຍັງໄດ້ຕາງໜ້າໃຫ້ພັກ, ລັດ ແລະປະຊາຊົນຈີນ ສະແດງຄວາມຂອບອົກຂອບໃຈຢ່າງສຸດອົກສຸດໃຈມາຍັງຝ່າຍລາວ ທີ່ໄດ້ຮີບຮ້ອນຈັດຕັ້ງແຜນສັກຢາວັກຊິນບໍ່ເສຍຄ່າ ໃຫ້ແກ່ພົນລະເມືອງຈີນທີ່ດຳລົງຊີວິດຢູ່ລາວ ຊຶ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈທີ່ເປັນຄູ່ຮ່ວມຊາຕາກຳລະຫວ່າງຈີນ-ລາວ ແລະກໍ່ເປັນການປະກອບສ່ວນອັນເປັນຮູບປະທຳໃຫ້ແກ່ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ.

ຈີນຍັງເຊື່ອຫມັ້ນວ່າດ້ວຍການນຳພາອັນຫນັກແຫນ້ນເຂັ້ມແຂງຂອງພັກ-ລັດ ທ່າແຮງອັນພົ້ນເດັ່ນຂອງລະບອບສັງຄົມນິຍົມ ແລະຄວາມສາມັກຄີເປັນຈິດຫນຶ່ງໃຈດຽວ ຂອງປະຊາຊົນລາວອ້າຍນ້ອງ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທຸກປະການໄດ້ຢ່າງແນ່ນອນ ແລະມີອະນາຄົດທີ່ສົດໃສ.

ຈີນລໍຄອຍການພົບປະສັງສັນຮ່ວມກັນ ສະເຫລີມສະຫລອງການສ້າງຕັ້ງສາຍພົວພັນການທູດຈີນ-ລາວຄົບຮອບ 60ປີ ແລະປີມິດຕະພາບຈີນ-ລາວ2021 ເພື່ອອວຍພອນໃຫ້ມິດຕະພາບລະຫວ່າງຈີນ-ລາວຈົ່ງຫມັ້ນຄົງຂະໜົງງແກ່ນ.

ຂ່າວ: ສອນປະເສີດ CRI Lao

ພາບ: AeroLAOS

ShareTweetShare
Next Post
ຊົມເຊີຍ! ເຈົ້າຂອງຫ້ອງແຖວໃຈດີ ໃຫ້ຢູ່ຟຣີ 3 ເດືອນ ຊ່ວງໂຄວິດ

ຊົມເຊີຍ! ເຈົ້າຂອງຫ້ອງແຖວໃຈດີ ໃຫ້ຢູ່ຟຣີ 3 ເດືອນ ຊ່ວງໂຄວິດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...