ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ບໍລິສັດທາງດ່ວນ ລາວ – ຈີນ ຫາລືກັບສື່ ເພື່ອໂຄສະນາເຜີຍແຜ່ສ້າງຄວາມເຂົ້າໃຈໃຫ້ສັງຄົມ

Staff by Staff
ເດືອນເມສາ 9, 2021
in ທົ່ວໄປ
0
Home ທົ່ວໄປ

ໃນວັນທີ 8 ເມສາ 2021 ທີ່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໄດ້ມີການຈັດກອງປະຊຸມພົບປະແລກປ່ຽນຄຳເຫັນ ແລະ ປຶກສາຫາລືກ່ຽວກັບການໂຄສະນາ ຂໍ້ມູນ – ຂ່າວສານທາງດ່ວນ ວຽງຈັນ – ວັງວຽງ ລະຫວ່າງຄະນະສື່ມວນຊົນລາວ ກັບ ບໍລິສັດຮ່ວມທຶນພັດທະນາທາງດ່ວນ ລາວ – ຈີນ ຈຳກັດ

ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ, ກະຊວງ ຖວທ ແລະ ທ່ານ ມາຫົງຫວາງ ຮອງປະທານຮ່ວມທຶນພັດທະນາທາງດ່ວນ ລາວ – ຈີນ, ມີບັນດາຜູ້ອຳນວຍການ, ບັນນາທິການ ພ້ອມດ້ວຍສື່ມວນຊົນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມສະຫວາດ ພົງສາ ກ່າວວ່າ: ຈຸດປະສົງໃນການພົບປະເພື່ອສ້າງຄວາມເຂົ້າໃຈກ່ຽວກັບການນຳໃຊ້ທາງດ່ວນ ເພື່ອໃຫ້ບັນດາສື່ມວນຊົນໄດ້ຮັບຮູ້ເຂົ້າໃຈນໍາເອົາຂໍ້ມູນດັ່ງກ່າວໄປເຜີຍແຜ່ໂຄສະນາໃຫ້ປະຊາຊົນ ແລະ ສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງ ຂວາງ. ພ້ອມກັນນີ້, ກໍເພື່ອໃຫ້ບັນດາສື່ຕ່າງໆອອກຂ່າວຖືກຕ້ອງຕາມຂໍ້ມູນຄວາມເປັນຈິງ, ສຳຄັນຂໍໃຫ້ປະຊາຊົນຕິດຕາມຂ່າວຈາກສື່ທາງການເທົ່ານັ້ນ.

ທ່ານ ມາຫົງຫວາງ ລາຍງານໃຫ້ຮູ້ວ່າ: ທາງດ່ວນນະຄອນຫຼວງວຽງຈັນ – ວັງວຽງ ແມ່ນທາງດ່ວນເສັ້ນທໍາອິດຂອງ ສປປ ລາວ ມີຄວາມຍາວປະມານ 111 ກິໂລແມັດ ແລະ ກໍເປັນໂຄງການຍຸດທະສາດທີ່ສໍາຄັນເຊື່ອມໂຍງລະຫວ່າງຍຸດທະສາດ “ ຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ ” ແລະ ຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງ ສປ ຈີນ, ໂດຍໄດ້ຮັບການສະໜັບສະໜູນຈາກສອງພັກ – ລັດ ແລະ ປັດຈຸບັນການເດີນທາງລະຫວ່າງ ນະຄອນຫຼວງວຽງຈັນ ຫາ ວັງວຽງ ໂດຍນໍາໃຊ້ທາງດ່ວນແມ່ນໃຊ້ເວລາພຽງແຕ່ 1 ຊົ່ວໂມງກວ່າ, ເຮັດໃຫ້ສາມາດປະຢັດເວລາໄດ້ 2 ຊົ່ວໂມງ ຈາກເດີມທີ່ໃຊ້ເວລາປະມານ 3,5 ຊົ່ວໂມງ ໃນການເດີນທາງ ເຊິ່ງສ້າງ ຄວາມສະດວກສະບາຍໃນການເດີນທາງ, ປະຢັດເວລາ, ປະຢັດນໍ້າມັນລົດ.

ພ້ອມນີ້, ທ່ານຍັງໄດ້ລາຍງານກ່ຽວກັບການຄຸ້ມຄອງບໍລິຫານທາງດ່ວນວ່າໄດ້ພົບບັນຫາຕ່າງໆ ເຊິ່ງສົ່ງຜົນກະທົບຕໍ່ການບໍລິການແກ່ປະຊາຊົນ ເຊັ່ນ: ອຸປະກອນ ແລະ ສິ່ງອໍານວຍຄວາມສະດວກຕາມທາງດ່ວນຖືກມ້າງເພທຳລາຍເປັນສາເຫດຂອງການເກີດອຸບັດເຫດ ໂດຍນັບແຕ່ທາງດ່ວນໄດ້ເປີດນໍາໃຊ້ຕັ້ງແຕ່ວັນທີ 20 ທັນວາ 2020

ຈົນເຖິງປັດຈຸບັນ ມີຮົ້ວອ້ອມ 135 ຈຸດທີ່ຖືກມ້າງເພທໍາລາຍ ເຮັດໃຫ້ສັດເຂົ້າໄປໃນທາງດ່ວນ, ມີການລັກສາຍໄຟ, ເກີດມີບັນຫາການລາຍງານຂ່າວທາງສື່ອອນລາຍທີ່ບໍ່ຖືກຕ້ອງຕາມ ຄວາມເປັນຈິງ ແລະ ອອກຂ່າວໃນຮູບແບບໃສ່ຮ້າຍປ້າຍສີທາງດ່ວນ, ສ້າງຜົນເສຍຫາຍຕໍ່ພາບພົດຂອງລັດຖະບານລາວ ແລະ ພ້ອມທັງໄດ້ຕອບຄຳຊັກຖາມຂອງບັນດາສື່ຕ່າງໆທີ່ກ່ຽວຂ້ອງກັບບັນຫາສັງຄົມສ່ອງແສງເຖິງທາງດ່ວນ ເພື່ອໃຫ້ບໍລິສັດປັບປຸງແກ້ໄຂໃຫ້ແທດເໝາະ ແລະ ດີຂຶ້ນ.

ShareTweetShare
Next Post
ທ່ານ ທອງ​ລຸນ​ ສີ​ສຸ​ລິດ​ປະທານປະເທດອວຍພອນປີໃໝ່ລາວ🥰🥰

ທ່ານ ທອງ​ລຸນ​ ສີ​ສຸ​ລິດ​ປະທານປະເທດອວຍພອນປີໃໝ່ລາວ🥰🥰

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...