ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 31, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ມອບຮັບຢ່າງເປັນທາງການ ໂຄງການແສງສະຫວ່າງໃນຕົວເມືອງນະຄອນຫຼວງວຽງຈັນ

Staff by Staff
ເດືອນມີນາ 28, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໂຄງການແສງສະຫວ່າງໃນນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸສວນປະຕູໄຊທີ່ດໍາເນີນການກໍ່ສ້າງມາແຕ່ກາງປີ 2020 ໄດ້ສໍາເລັດ 100% ແລະ ມອບຮັບໃຫ້ນະຄອນຫຼວງວຽງຈັນເປັນຜູ້ຄຸ້ມຄອງ ແລະ ໃຫ້ບໍລິການປະຊາຊົນ.ພິທີມອບຮັບຈັດຂຶ້ນໃນຕອນແລງວັນທີ 26 ມີນາ 2021 ທີ່ອະນຸສາວະລີປະຕູໄຊ ເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຈຽງ ຈ້າຍ ຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ມີການນໍານະຄອນຫຼວງ ແລະ ປະຊາຊົນເຂົ້າຮ່ວມ.

ທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະຮັບຜິດຊອບໂຄງການ ແສງສະຫວ່າງ ໃນເຂດໃຈກາງນະຄອນຫຼວງວຽງຈັນ ກ່າວວ່າ: ໂຄງການຍົກລະດັບລະບົບໄຟຟ້າໃນນະຄອນຫຼວງວຽງຈັນ ແມ່ນໂຄງການທີ່ນອນໃນ ຂອບສັນຍາວ່າດ້ວຍການຮ່ວມມືດ້ານເສດຖະກິດ ແລະ ເຕັກນິກລະຫວ່າງລັດຖະບານແຫ່ງ ສປປລາວ ແລະ ລັດຖະບານ ສປ ຈີນ ສະບັບລົງວັນທີ 30 ພຶດສະພາ 2018 ຫຼັງຈາກນັ້ນ ເດືອນພຶດສະພາປີ 2019 ຕ່າງໜ້າທັງສອງຝ່າຍໄດ້ສໍາຫຼວດພາກສະໜາມ ເພື່ອກໍານົດໜ້າວຽກໂຄງການເຊິ່ງ ກໍານົດ 3 ໜ້າວຽກຄື:

1. ຍົກລະດັບລະບົບໄຟຟ້າເຂດເທສະບານ ແລະ ຊານເມືອງໃນນະຄອນຫຼວງວຽງຈັນ ດ້ວຍການຍົກລະດັບຕາຂ່າຍໄຟແຮງດັນກາງ 22ກິໂລໂວນ ແລະ ໝໍ້ແປງໄຟຟ້າ 22/0,4 ກິໂລໂວນ.2. ປັບປຸງລະບົບນໍ້າພຸສວນປະຕູໄຊ3. ຍົກລະດັບໄຟຟ້າແສງສະຫວ່າງໄຟເຍືອງທາງ7 ເສັ້ນ ທາງໃນເຂດເທສະບານໃຈກາງຕົວເມືອງນະຄອນຫຼວງວຽງຈັນ .ໂຄງການໄດ້ເລີ່ມລົງມືປະຕິບັດຕົວຈິງ ມາຕັ້ງແຕ່ວັນທີ 12 ກັນຍາ ເຖິງ ວັນທີ 27 ພະຈິກ ປີ 2020 ຊຶ່ງໃຊ້ເວລາພຽງ 2 ເດືອນກັບ 15 ວັນ ໄດ້ສໍາເລັດໂດຍພື້ນຖານດ້ານການກໍ່ສ້າງ-ຕິດຕັ້ງ ແລະ ສາມາດເປີດນໍາໃຊ້ໄດ້ທັນຕາມກຳນົດເວລາທີ່ສອງພັກສອງລັດໄດ້ກຳນົດເອົາໂຄງການນີ້ເປັນຂອງຂວັນຈາກລັດຖະບານ ແລະ ປະຊາຊົນຈີນມອບໃຫ້ແກ່ລັດຖະບານ ແລະ ປະຊາຊົນລາວເພື່ອ ຂໍ່ານັບຊົມເຊີຍວັນຊາດທີ 2 ທັນວາ ວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ ແລະ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ.

ຈາກນັ້ນ, ທີມງານໄດ້ສືບຕໍ່ຈັດຕັ້ງປະຕິບັດໜ້າວຽກຈໍານວນໜຶ່ງທີ່ຍັງບໍ່ໍ່ທັນສຳເລັດ ເປັນຕົ້ນ: ການຟື້ນຟູທາງຍ່າງ, ການຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມລວມທັງລະບົບສັນຍານສົ່ງຂໍ້ມູນ, ໄດ້ສຳເລັດ 100% ຕາມແຜນການຂອງສັນຍາ ໃນວັນທີ 25 ກຸມພາ 2021 ແລະ ສາມາດຈັດພິທີມອບ-ຮັບ ໂຄງການຢ່າງເປັນທາງການ ໃນມື້ນີ້.

ການປັບປຸງລະບົບນ້ຳພຸຢູ່ສວນປະຕູໄຊ.ດ້ປ່ຽນລະບົບຫົວສີດນ້ຳພຸໃໝ່, ປ້ຳນໍ້າໃໝ່, ປ່ຽນກະໂລຂອບອ່າງໃໝ່ ແລະ ຍົກຂອບອ່າງໃຫ້ສູງຂຶ້ນຕື່ມທັງສອງອ່າງ.ໄດ້ຕິດຕັ້ງລະບົບຄວບຄຸມຫົວສີດນໍ້າພຸໃໝ່ທັງສອງອ່າງ.ໄດ້ອອກແບບລະບົບສີດນໍ້າພຸໃໝ່ທັງໝົດທີ່ປະກອບມີຫຼາຍຮູບແບບ ແລະ ຫຼາຍສີສັນນໍ້າບີນ ແລະ ນໍ້າເຕັ້ນທີ່ສວຍງາມປະສານກັບສຽງເພັງຈຳນວນ 10 ເພັງ. ໄດ້ປ່ຽນລະບົບໄຟເຍືອງສວນ ແລະ ລະບົບຫົດນໍ້າສວນຫຍ້າຄືນໃໝ່.ການຍົກລະດັບ ແລະ ປັບປຸງລະບົບໄຟເຍືອງທາງ 7 ເສັ້ນທາງ (ຈຳນວນ 341 ຊຸດ) ມີດັ່ງນີ້:

ໜຶ່ງ: ເສັ້ນທາງ ເບີ 1 (ຖະໜົນລ້ານຊ້າງ): ໄດ້ຮື້ຖອນເສົາໄຟເຍືອງທາງເກົ່າອອກທັງໝົດ ແລະ ຕິດຕັ້ງລະບົບໄຟເຍືອງທາງໃໝ່ ດ້ວຍການອອກແບບເປັນເສົາໄຟ 4 ຫຼ່ຽມ ສີຄຳ, ຊຸດດອກໄຟເປັນລັກສະນະຊໍ່ດອກກ້ວຍໄມ້ທີ່ມີຄວາມໝາຍທາງດ້ານມິດຕະພາບ ແລະ ການຮ່ວມມືຈຳນວນ 9 ດອກເປັນດອກໂຊ ແລະ ດອກໄຟເຍືອງທາງອີກ 4 ດອກ ລວມ 13 ດອກ ໃນຕົ້ນດຽວ ທີ່ມີຄວາມໂດດເດັ່ນ, ສວຍງາມ ແລະ ຮຸ່ງສະຫວ່າງ;ສອງ: ເສັ້ນທາງເບີ 2-5 (ຖະໜົນ 23 ສິງຫາ, ຖະໜົນໜອງບອນ, ຖະໜົນໄກສອນ ພົມວິຫານ, ຖະໜົນເສດຖາທິລາດ-ແຄມຂອງ): ໄດ້ຮື້ເສົາໄຟເຍືອງທາງເກົ່າອອກທັງໝົດ ແລະ ຕິດຕັ້ງເສົາໄຟເຍືອງທາງໃໝ່ ທີ່ມີການອອກແບບເປັນເສົາໄຟສີຂາວ ຕີນເສົາໂອບດ້ວຍຮູບດອກບົວ ສີຄຳ ແລະ ປາຍເສົາເປັນສັນຍາລັກຮູບຈອມທາດ ຊຶ່ງມີຄວາມ ໝາຍໄປທາງດ້ານພຸດທະສາສະໜາທີ່ປະຊາຊົນລາວເຊື່ອຖື

ສາມ: ເສັ້ນທາງເບີ 6 (ຖະໜົນແຄມຂອງ): ຍັງນຳໃຊ້ເສົາໄຟເກົ່າທີ່ມີໃນປັດຈຸບັນ ແຕ່ໄດ້ປ່ຽນດອກໄຟ ແລະ ສາຍໄຟ ໃໝ່ໃສ່ແທນ;ສີ່: ເສັ້ນທາງເບີ 7 (ຖະໜົນເຈົ້າຟາງຸ່ມ): ໄດ້ຮື້ຖອນເສົາໄຟເຍືອງທາງເກົ່າອອກ ແລະ ຕິດຕັ້ງເສົາໄຟໃໝ່ດ້ວຍການອອກແບບເປັນເສົາໄຟແບບທຳມະດາ ແລະ ໄດ້ຕິດຕັ້ງສັນຍາລັກການຮ່ວມມືລາວ-ຈີນ ໃສ່ກາງຂອງຕົ້ນເສົາໄຟເຍືອງທາງເປັນຮູບດອກຈຳປາຕິດເປັນຄູ່ ແລະ ຂອດຈີນສີແດງເປັນຄູ່ທີ່ມີຄວາມໝາຍອັນເປັນສິລິມົງຄຸນສະລັບຕົ້ນກັນ ຈຳນວນ 50 ຕົ້ນ;ຫ້າ: ຕິດຕັ້ງລະບົບກ້ອງວົງຈອນປິດໃສ່ສວນປະຕູໄຊ ແລະ 7 ເສັ້ນທາງ ຈຳນວນ 22 ຈຸດ ລວມ 40 ໜ່ວຍ ແລະ ປັບປຸງຫ້ອງຄວບຄຸມ, ຕິດຕັ້ງລະບົບຄວບຄຸມໄຟເຍືອງທາງແບບລວມສູນທີ່ທັນສະໄໝ ຢູ່ຊັ້ນ 1 ຂອງຫ້ອງການ ຄຸ້ມຄອງ ແລະ ບໍລິການຕົວເມືອງ ນະຄອນຫຼວງວຽງຈັນ.

ຫົກ: ການນຳໃຊ້ເສົາໄຟເກົ່າ ທີ່ຮື້ຖອນອອກຈາກເຂດໂຄງການ ທີ່ເປັນຄວາມຮັບຜິດຊອບຂອງຝ່າຍລາວ.ເສົາໄຟ ແລະ ອຸປະກອນໄຟເຍືອງທາງເກົ່າທີ່ຮື້ຖອນອອກຈາກ 7 ເສັ້ນທາງ ແມ່ນໄດ້ນຳໄປຕິດຕັ້ງໃສ່ເສັ້ນທາງອື່ນທີ່ບໍ່ທັນມີໄຟເຍືອງທາງ ຄື: ເສັ້ນທາງ T6 ໃນຊ່ວງແຕ່ບ້ານຫ້ວຍຫົງ-ໂຮງໝໍແມ່ ແລະ ເດັກ-ບ້ານໜອງພະຍາ ແລະ ເຂດເທດສະບານເມືອງປາກງື່ມ ແລະ ເມືອງສັງທອງ ນະຄອນຫຼວງວຽງຈັນ.

ShareTweetShare
Next Post
5 ປີຕໍ່ໜ້າ ໄອຍະການປະຊາຊົນຈະສູ້ຊົນປະຕິບັດ 6 ແຜນງານ 25 ໂຄງການ

5 ປີຕໍ່ໜ້າ ໄອຍະການປະຊາຊົນຈະສູ້ຊົນປະຕິບັດ 6 ແຜນງານ 25 ໂຄງການ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...