ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 30, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ ໄມຕີຈິດມິດຕະພາບຕຳຫຼວດປະຊາຊົນລາວ-ຫວຽດນາມ

Staff by Staff
ເດືອນມີນາ 22, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ວັນທີ 19/03/2021 ທີ່ ຫໍພິພິຕະພັນຕຳຫຼວດນະຄອນຫຼວງຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດງານວາງສະແດງຮູບພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີ ແຫ່ງວັນຊ່ຽວຊານປ້ອງກັນຄວາມສະຫງົບຫວຽດ ນາມ ປະຈໍາລາວ (ວັນທີ 22/03/1961-22/032021) ແລະ 60 ປີແຫ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ວັນທີ 05/04/1961-05/04/2021), ເຂົ້າຮ່ວມງານວາງສະແດງມີ ສະຫາຍ ເລ ເຕີ່ນ ເຕີ້ຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ສະຫາຍ ບຸຍ ເຈື່ອງ ຢາງຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ, ສະຫາຍ ຕາ ກວາງ ດົງ ຮອງລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ

ທ່ອງທ່ຽວ ພ້ອມດ້ວຍແຂກຖືກເຊີນຈາກບັນດາກະຊວງ, ອົງການຈັດຕັ້ງທຽບເທົ່າກະຊວງ, ກົມກອງ ແລະ ພະນັກງານ, ນັກສຶກສາລາວທີ່ກຳລັງສຶກສາຢູ່ໂຮງຮຽນຕຳຫຼວດ ເຂົ້າຮ່ວມຢ່າງພ້ອມພຽງ.ກ່າວເປີດພິທີໂດຍ ສະຫາຍ ເລ ເຕີ່ນ ເຕີ້ຍ, ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນຂອງການຈັດງານວາງສະແດງຮູບພາບໃນຄັ້ງນີ້ ລວມທັງຄວາມໝາຍຄວາມສໍາຄັນຂອງສອງວັນປະຫວັດສາດຂອງສອງຊາດ ກໍຄືຂອງສອງກໍາລັງ ຫວຽດນາມ-ລາວ ລາວ-ຫວຽດນາມ ທີ່ມີມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານມາແຕ່ດົນນານ ແລະ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງໃຫ້ຂຽວສົດງົດງາມຂຶ້ນເລື້ອຍໆ. ພາຍຫຼັງທີ່ໄດ້ທ່ຽວຊົມບັນດາຮູບພາບການເຄື່ອນໄຫວຂອງສອງກໍາລັງຕໍາຫຼວດ

ລາວ-ຫວຽດນາມ, ຫວຽດ ນາມ-ລາວ ທີ່ນໍາມາວາງສະແດງແລ້ວ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍໄດ້ສະແດງຄວາມຮູ້ສຶກຂອງຕົນ ແລະ ລົງນາມໃນປື້ມລະນຶກຄວາມຊົງຈໍາວ່າ: “ຂ້າພະເຈົ້າ ຮູ້ສຶກພາກພູມໃຈ ເປັນຢ່າງຍິ່ງ ທີ່ໄດ້ມາຮ່ວມງານວາງສະແດງ “ໄມຕີຈິດມິດຕະພາບຕຳຫຼວດປະຊາຊົນລາວ-ຫວຽດນາມ” ຈັດໂດຍ ກະຊວງຕຳຫຼວດຫວຽດນາມ ຊຶ່ງຢູ່ໃນທ່າມກາງຜົນສຳເລັດອັນຍິ່ງໃຫຍ່ຂອງກຳລັງຕຳຫຼວດ ປະຊາຊົນຫວຽດນາມ-ລາວ ໃນພາລະກິດປະຕິວັດ ກໍຄືພາລະກິດປ່ຽນແປງໃໝ່ໃນການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ແລະ ລາວ. ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ, ການຮ່ວມມືມິດຕະພາບ ແລະ ມີປະສິດທິຜົນຂອງສອງກຳລັງຕຳຫຼວດປະຊາຊົນສອງປະເທດ ທັງເປັນ

ການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນສະໜິດແໜ້ນຂອງສອງພັກ, ສອງລັດ, ສອງກໍາລັງ ແລະ ປະຊາຊົນ ສອງຊາດ ລາວ – ຫວຽດນາມ. ຕາງໜ້າງໃຫ້ສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ປະຊາຊົນລາວ ທີ່ກຳລັງດຳລົງຊີວິດ, ກຳລັງສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ມາຍັງບັນດາສະຫາຍຕຳຫຼວດປະຊາຊົນຫວຽດນາມ ທີ່ໄດ້ຈັດກິດຈະກຳສະເຫຼີມສະຫຼອງ 60 ປີ ແຫ່ງວັນຊ່ຽວຊານຕຳຫຼວດຫວຽດນາມຢູ່ລາວ (22/03/1961-22/032021) ແລະ 60 ປີ ແຫ່ງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບລາວ (05/04/1961-05/04/2021) ອວຍພອນໃຫ້ສາຍພົວພັນມິດຕະພາບອັນພິເສດລາວ-ຫວຽດນາມ ໃຫ້ນັບມື້ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

ShareTweetShare
Next Post
ໂຄວິດ ພາກຊີວິດຂອງຊາຍຄົນສຸດທ້າຍຊົນເຜົ່າ ຈູມາ ໃນ ອາເມຊອນ ແລະເຮັດໃຫ້ເຫຼືອພຽງ ຍິງສີ່ຄົນສຸດທ້າຍເທົ່ານັ້ນທີ່ເຫຼືອຢູ່

ໂຄວິດ ພາກຊີວິດຂອງຊາຍຄົນສຸດທ້າຍຊົນເຜົ່າ ຈູມາ ໃນ ອາເມຊອນ ແລະເຮັດໃຫ້ເຫຼືອພຽງ ຍິງສີ່ຄົນສຸດທ້າຍເທົ່ານັ້ນທີ່ເຫຼືອຢູ່

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...