ທ່ານ ພັທ ດາວັນ ໂອສົດສີ ຫົວໜ້າພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ໃນໄລຍະ 1 ປີ ຜ່ານມາ ພະແນກຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງສີສັດຕະນາກ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫລາຍດ້ານ ຄື: ວຽກງານຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ

ແມ່ນໄດ້ອອກປື້ມສໍາມະໂນຄົວແບບໃໝ່ໄດ້ 1.076 ຫົວ, ມີ 5.281 ຄົນ; ແກ້ໄຂຈົດທະບຽນຂຶ້ນສໍາມະໂນຄົວໄດ້ 593 ສະບັບ, ມີ 1,036 ຄົນ, ມີ 144 ຄອບຄົວ;
ຍົກຍ້າຍມາຈາກຕ່າງເມືອງ 387 ສະບັບ, ມີ 770 ຄົນ; ອອກບັດປະຈໍາຕົວແບບໃໝ່ໄດ້ 4.903 ບັດ.ສ່ວນວຽກງານກໍ່ສ້າງຮາກຖານການເມືອງ ນັບແຕ່ວັນທີ 4 ກັນຍາ

2020 ຮອດວັນທີ 25 ມັງກອນ 2021 ໄດ້ສໍາເລັດການກວດກາປະເມີນຜົນ ໄດ້ 37 ບ້ານ ໃນທົ່ວເມືອງສີສັດຕະນາກ, ເປັນບ້ານປ້ອງກັນຄວາມສະຫງົບດີ ແລະ ຄອບຄົວປ້ອງກັນຄວາມສະຫງົບດີມີ 10,637 ຄອບຄົວ.
ປີ 2020 ຜ່ານມາ ປກສ ເມືອງສີສັດຕະນາກ ອອກປື້ມສໍາມະໂນຄົວແບບໃໝ່ໄດ້ຫລາຍກວ່າ 1 ພັນຫົວ
Discussion about this post