ພະຍາກອນອາກາດ ປະຈໍາວັນທີ 07 ມີນາ 2021 ບໍລິເວນຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມເຂດພາກເໜືອດ້ານຕາເວັນຕົກລົງຫາພາກກາງ ແລະ ພາກໃຕ້ ຂອງປະເທດລາວ.


ພ້ອມດຽວກັນນີ້ ບໍລິເວນຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນໄດ້ແຜ່ລົງມາປົກຄຸມເຂດພາກເໜືອດ້ານຕາເວັນອອກ.

ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫື້ຼອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ອາກາດຮ້ອນຍັງຈະຮ້ອນ ຫາ ຮ້ອນເອົ້າຢູ່ເຂດພາກກາງ ແລະ ພາກໃຕ້.

Discussion about this post