ເມື່ອວັນທີ່ 9 ເດືອນ ສິງຫາ ປີ 2020 ເວັບໄຊ້ mothership.sg ໄດ້ມາເຮົາໄປເບີ່ງຮູບພາບ ເດັກຊາຍ ຣິວເຊ ກັບຜົນລັບໃນການເຝິກຝົນຢ່າງໜັກຕະຫຼອດຫຼາຍປີທີ່ຜ່ານມາ ຈົດເຮັດໃຫ້ລາວກາຍເປັນເດັກນ້ອຍທີ່ມີຮຸ່ນທີ່ກຳຍຳ, ກ້າມແໜ້ນ ແລະ ມີຊິກແພັກທີ່ຜູ້ໃຫ່ຍບາງຄົນກໍ່ບໍ່ສາມາດເຮັດໄດ້.

ລາຍງານເປີດເຜີຍວ່າ: ຣິວເຊ ໄດ້ເບີ່ງໜັງຂອງ ບຣູສ ລີ ມາຕັ້ງແຕ່ຕອນທີ່ລາວອາຍຸ 1 ປີເແລ້ວຫຼັງຈາກນັ້ນກໍ່ກາຍມາເປັນແຟນພັນແທ້ຂອງ ບຣູສ ລີ

ເຊີ່ງ ຣິວເຊ ພະຍາຍາມຢ່າງໜັກເພື່ອຫວັງຢາກຈະເປັນຄືກັບ ບຣູສ ລີ ບໍ່ວ່າຈະເປັນການຮຽນສິລະປະປ້ອງກັນໂຕ ຈົນສາມາດອອກລີລາທັ້ງເຕະ ແລະ ຊົກໄດ້ແບບຄ່ອງແຄ້ວ ແລະ ໄວ ໃຫ້ຄືກັບ ໄອດອລໃນດວງໃຈ ຈົນໃນຕອນນີ້ ຣິວເຊ ໄດ້ກາຍມາເປັນເດັກນ້ອຍຈອມພະລັງສຳເລັດແລ້ວ ເຖີງວ່າຈະໄດ້ຮັບບາດເຈັບ, ມີບາດແຜແດ່ ມັນກໍ່ເປັນສີ່ງທີ່ຫຼີກລ່ຽງບໍ່ໄດ້ ແຕ່ເໜືອສີ່ງອື່ນໃດກໍ່ຄືຈິດໃຈທີ່ແຂງແກ່ງນັ້ນເອງ.





ຂ່າວຈາກ: kapook
Discussion about this post