ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ບຸນຊ່ວງເຮືອຢູ່ນະຄອນຫລວງພະບາງປີນີ້ ຈະຈັດພຽງເປັນຮີດ ຄອງປະເພນີ ເພື່ອປ້ອງກັນການລະບາດ ພະຍາດໂຄວິດ-19

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 12, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ເພື່ອຮັບປະກັນບໍ່ໃຫ້ເກີດ ການລະບາດຂອງ ພະຍາດໂຄວິດ-19 ອົງການປົກຄອງແຂວງ ໄດ້ຜັນຂະຫຍາຍແຈ້ງການ ຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ແລະ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ, ໂດຍໄດ້ງົດການຈັດງານ ທີ່ຈະມີມວນຊົນເຂົ້າຮ່ວມ ເປັນຈຳນວນຫລາຍ, ສ່ວນງານບຸນປະເພນີ ທີ່ສືບທອດກັນມາຫລາຍເຊັ່ນຄົນ ແມ່ນໃຫ້ຈັດ ຕາມຮີດຄອງປະເພນີ.

ທ່ານ ຈັນສຸກ ພັນໂດລັກ ເຈົ້ານະຄອນ ຫລວງພະບາງ ໄດ້ໃຫ້ສຳພາດບໍ່ນານມານີ້ວ່າ: ສະເພາະ ບຸນຫໍ່ເຂົ້າປະດັບດີນປີນີ້ ແມ່ນຈະຈັດພຽງເປັນ ຮີດຄອງປະເພນີ ເພື່ອບໍ່ລະຮີດໃຫ້ໝອງ ບໍ່ລະຄອງໃຫ້ເສົ້າ ໃນນັ້ນແມ່ນ ຈະໂຈະງານໂລະລາດ ຫລື ລົງຕະຫລາດນັດ ແບບມວນຊົນ, ເຊິ່ງປີນີ້ແມ່ນກົງກັບວັນທີ 17 ສີງຫາ, ສ່ວນງານບຸນຊ່ວງເຮືອ ເພື່ອບູຊາແມ່ນ້ຳ ແລະ ສາຍນ້ຳບ່ອນສັກສິດ ແມ່ນຈະຈັດພິທີທາງສາສະໜາ ແລະ ຈັດແຂ່ງເຮືອ 1-2 ລ່ອງ ໂດຍປຸກລະດົມ ບັນດາບ້ານພາຍໃນນະຄອນ ທີ່ມີເຮືອຊ່ວງ ໃຫ້ເອົາເຮືອລົງ ພາຍຕາມປະເພນີ. ໃນນັ້ນປະກອບມີ ທ່ານໍ້າ ບ້ານຫາດຮ່ຽນ ໃນວັນທີ 12 ສງຫາ, ທ່ານໍ້າບ້ານສັງຄະໂລກ ວັນທີ 16 ສງຫາ ແລະ ນໍ້າຄານໃນວັນທີ 18 ສິງຫາ, ສະ ເພາະຢູູ່ນ້ຳຄານ ຈະມີເຮືອ ນາງດຳ-ນາງດ່ອນ ແລະ ເຮືອບັນດາບ້ານ ເຂົ້າຮ່ວມປະມານ 3 ຄູ່, ເພື່ອບໍ່ໃຫ້ມວນຊົນເຂົ້າຮ່ວມຫລາຍ. ພ້ອມນີ້, ຈະໄດ້ຈັດພິທີຄອບສະຖານທີ່ ສັກສິດອີກຫລາຍແຫ່ງ.

ໂອກາດນີ້, ເຈົ້ານະຄອນຫລວງພະບາງ ໄດ້ຮຽກຮ້ອງໃຫ້ປະຊາຊົນ ພາຍໃນນະຄອນຫລວງພະບາງ ຈົ່ງພ້ອມກັນປະຕິບັດ ຮີດຄອງປະເພນີໃຫ້ຄົບ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ກໍ່ຄືບຸນຊ່ວງເຮືອເດືອນ 9 ທີ່ນະຄອນຫລວງພະບາງ ໃນປີນີ້ ເພື່ອໃຫ້ບຸນປະເພນີອັນດັ່ງເດີມ ໄດ້ຮັບການສືບທອດຕໍ່ໄປ.

ເນື້ອໃນ: ຂປລ

Share280TweetShare
Next Post
ບໍ່ທຳມະດາ!!! ພາມາເບີ່ງເດັກຊາຍ ອາຍຸ 10 ປີກັບຮຸ່ນທີ່ກຳຍຳ ມີ ບຣູສ ລີ ເປັນໄອດອລ

ບໍ່ທຳມະດາ!!! ພາມາເບີ່ງເດັກຊາຍ ອາຍຸ 10 ປີກັບຮຸ່ນທີ່ກຳຍຳ ມີ ບຣູສ ລີ ເປັນໄອດອລ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...