ຕາມຂ່າວຈາກ ປາຣີ,ວັນທີ7ເມສານີ້,ຜົນການຄົ້ນຄວ້າ ທີ່ໄດ້ຮັບ ການຕີພິມ ໃນເວລະສານ ການແພດ ຂອງອັງກິດ(British Medical Journal) ເປັນວາລະສານ ເກົ່າແກ່ ທີ່ສຸດ ວາລະສານໜຶ່ງ ຂອງໂລກ ລະບຸວ່າ:

ຜູ້ຕິດໂຄວິດ-19 ມີຄວາມສ່ຽງ ເພີ່ມຂຶ້ນຕໍ່ພາວະ ຫລອດເລືອດ ອຸດຕັນ ຮຸນແຮງ ເປັນເວລາ6ເດືອນ ຫລັງຕິດເຊື້ອ ໂຄວິດ-19 ພາຍຫລັງ ໄດ້ປຽບທຽບ ຂໍ້ມູນຂອງ ຊາວຊູແອດ ທີ່ຕິດເຊື້ອ ໂຄວິດ-19 ຫລາຍກວ່າ1ລ້ານຄົນ

ໃນລະຫວ່າງ ເດືອນກຸມພາປີ2020ຫາເດືອນ ພຶດສະພາ2021 ກັບກຸ່ມຄວບຄຸມ ກວ່າ4ລ້ານຄົນ ທີ່ບໍ່ຕິດ ເຊື້ອໂຄວິດ-19 ຜົນການຄົ້ນຄວ້າ ພົບວ່າ: ຜູ້ຕິດໂຄວິດ-19 ມີຄວາມສ່ຽງ ເພີ່ມຂຶ້ນ ຕໍ່ສະພາວະ ຫລອດເລືອດ ອຸດຕັນ ໃນປອດ ເປັນເວລາ 6ເດືອນ ສູງເຖິງ33ເທົ່າ ຫລັງຕິດເຊື້ອ ອີກທັງ ມີຄວາມສ່ຽງ ເພີ່ມຂຶ້ນ ຕໍ່ພາວະ ຫລອດເລືອດ ອຸດຕັນ ໃນຫລອດ ເລືອດດຳ ເຖິງ5ເທົ່າ ເປັນເວລາ3ເດືອນ ຫລັງຕິດເຊື້ອແລ້ວ.

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
Discussion about this post