ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 5, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຈີນລົງທຶນຢູ່ລາວ ມີ 803 ໂຄງການ ມູນຄ່າ 15,49 ຕື້ໂດລາ ແລະ ເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ

Staff by Staff
ເດືອນມັງກອນ 22, 2022
in ທົ່ວໄປ
0
Home ທົ່ວໄປ

ຈີນລົງທຶນຢູ່ລາວ ມີ 803 ໂຄງການ ມູນຄ່າ 15,49 ຕື້ໂດລາ ແລະ ເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ

ໃນກອງປະຊຸມທາງໄກ ເພື່ອການແລກປ່ຽນ ແລະ ສະຫຼຸບວຽກງານສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ ໃນວັນທີ 21 ມັງກອນ 2022 ທີ່ກະຊວງການຕ່າງປະເທດ ໂດຍຕາງຫນ້າໃຫ້ລັດຖະບານ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍ ສປ ຈີນ ໂດຍ ທ່ານ ຈ່ຽງ ຈາຍຕຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ; ມີຄະນະກົມ, ແຂກຖືກເຊີນພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ.

ມາຮອດປັດຈຸບັນ ມູນຄ່າການລົງທຶນຂອງຈີນຢູ່ລາວ ບັນລຸເຖິງ 3,55 ຕື້ ໂດລາສະຫະລັດ; ມູນຄ່າການລົງທຶນຂອງວິສາຫະກິດຈີນ ຢູ່ ລາວ ບັນລຸ 15,49 ຕື້ ໂດລາສະຫະລັດ, ລວມມີ 803 ໂຄງການ ແລະ ຖືກຈັດເປັນອັນດັບ 1 ຂອງການລົງທຶນຕ່າງປະເທດຢູ່ລາວ.

ພິເສດ, ສອງປະເທດ ໄດ້ມີຜົນສໍາເລັດອັນຍິ່ງໃຫຍ່ຂອງໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການທາງດ່ວນ ວຽງຈັນ-ວັງວຽງ ທີ່ໄດ້ເປີດນຳໃຊ້ຢ່າງເປັນທາງການແລ້ວ ຊຶ່ງເປັນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ “ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຂອງ ສປ ຈີນ”, ຊຶ່ງສອດຄ່ອງກັບນະໂຍບາຍຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ, ເປັນການເປີດສັງກາດໃໝ່ແຫ່ງການພົວພັນຮ່ວມມືຄ້າຂາຍ, ການຂົນສົ່ງ, ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ແລະ ປະຊາຊົນບັນດາປະເທດໃກ້ຄຽງ ໃຫ້ໄດ້ຮັບຄວາມສະດວກ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ.

ໃນກອງປະຊຸມ ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈມາຍັງພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫຼືອໃນການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ດ້ານວັດຖຸ, ເຕັກນິກ, ການສົ່ງທີມແພດ ແລະ ວິຊາການ ມາຊ່ວຍເຫຼືອ ສປປ ລາວ ໄດ້ຢ່າງທັນການ ແລະ ມີປະສິດທິຜົນສູງ, ຊຶ່ງມາຮອດປັດຈຸບັນ ການຊ່ວຍເຫຼືອວັກຊີນຕ້ານໂຄວິດ-19 ຂອງລັດຖະບານ ສປ ຈີນ ໃຫ້ແກ່ລັດຖະບານ ສປປ ລາວ ມີຈຳນວນຫຼາຍກວ່າ 7 ລ້ານໂດສ ແລະ ຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຕໍ່ຫນ້າ.

ShareTweetShare
Next Post
ເປີດ​ມິຕິໃຫມ່ ​​ຂອງ​ການ​ບິນທະບາດ​ ສຸດຍອດການຊົງຕົວ ຫຼວງພໍ່ 4G Plus

ເປີດ​ມິຕິໃຫມ່ ​​ຂອງ​ການ​ບິນທະບາດ​ ສຸດຍອດການຊົງຕົວ ຫຼວງພໍ່ 4G Plus

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ອັບເດດຂ່າວເຈ້ທິບ ໄດ້ອອກນອກປະເທດແຕ່ວັນ 29/06/2022 ແລ້ວ ພ້ອມຊຸດເຄື່ອງເພັດ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຢ່າຖືເບົາ! ຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ເພີ່ມຂຶ້ນອີກແລ້ວ 171 ກໍລະນີ ຜູ້ເສຍຊີວິດສະສົມຈຳນວນ 8 ຄົນ
  • ພົບແລ້ວ… ມື້ທີ3 ຂອງການຄົ້ນຫາເດັກ 9ປີສູນຫາຍໃນນໍ້າ
  • ສາຍພະຈົນໄພຕ້ອງລອງ ຄົ້ນພົບຖໍ້າເລີກ 170 ແມັດ ທີ່ພູຜາມ່ານ ແຂວງຄຳມ່ວນ
  • ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...