ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 22, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຜົວກັບເມຍໄປຫາປາຢູ່ຮ່ອງບຶງແລ້ວເມຍຈົມນ້ຳເສຍຊີວິດຕອນໃດກໍ່ບໍ່ຮູ້

ກຂຄ ລາວ by ກຂຄ ລາວ
ເດືອນກັນຍາ 18, 2020
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທີມງານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງປະເທດລາວ 1623 ແຈ້ງວ່າຕອນເຊົ້າວັນທີ 17 ກັນຍານີ້ວ່າ ປະຈຸບັນນີ້ກຽມນັກປະດານໍ້າໄປຄົ້ນຫາສົບຍິງອາຍຸປະມານ 15 ປີ ທີ່ສູນຫາຍໃນເວລາໄປຫາປາກັບຜົວຢູ່ບ້ານນາໄຫ-ນາໂນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນເປັນເທື່ອທີສອງ, ເຫດສູນຫາຍດັ່ງກ່າວແມ່ນໃນເວລາປະມານ 20 ໂມງ 00 ຂອງມື້ວັນທີ 16 ກັນຍາທີ່ຜ່ານມາ ຢູ່ ຂົວຂອງເສັ້ນທາງ 450 ປີ ໃນເຂດບ້ານດັ່ງກ່າວ,

ຫຼັງຈາກທີ່ຄົ້ນຫາໃນຕອນແລງຂອງມື້ວານນີ້ ແຕ່ບໍ່ພົບ. ນາງແອນນີ້ ຊຶ່ງເປັນປ້າຂອງຜູ້ສູນຫາຍໄດ້ກ່າວວ່າ: “ຍິງຄົນດັ່ງກ່າວຊື່ກີ້ ເປັນປະຊາຊົນ ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍໄດ້ມາອາໄສຢູ່ກັບຜົວຢູ່ ບ້ານນາໄຫ-ນາໂນ, ຊຶ່ງທັງສອງໄດ້ອອກໄປຫາປານໍາກັນຢູ່ຮ່ອງບຶງທີ່ເປັນຂົວຜ່ານທາງ 450 ປີ ໂດຍທີ່ຜົວບໍ່ຮູ້ວ່າເມຍຫາຍຕົວໄປຕອນໃດ ຫາຍໄປແບບໃດ ເຫັນແຕ່ຮອຍຕີນທີ່ຍ່າງລົງນໍ້າ ຊຶ່ງຄາດວ່າອາດຈະຈົມນໍ້າ.

ຮອດເຊົ້າ ວັນທີ 17 ກັນຍາ 2020 ເວລາ 08:00 ທີມກູ້ໄພແມ່ນການສືບຕໍ່ຄົ້ນຫາມື້ທີສອງ. ການຄົ້ນຫາ ຈົນຮອດ ເວລາ 11:03 ນາທີ່, ຈິ່ງສາມາດພົບສົບຜູ່ສູນຫາຍ ໃນບໍລິເວນທີ່ເກີດເຫດ. ສ່ວນສາເຫດໃນການຈົມນໍ້າຄັ້ງນີ້ແມ່ນຍັງບໍ່ຮູ້ສາເຫດທີ່ລະອຽດຈຶ່ງໄດ້ມອບໃຫ້ເຈົ້າຫນ້າທີ່ສືບສວນແລະສອບສວນຕໍ່ໄປ.

ຂ່າວກ່ອນໜ້ານີ້ເຫດຄົນຈົມນ້ຳ ບ້ານເວີນຄຳ ໃນວັນທີ 16/09/2020 ເວລາ 09: 15 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດຈົມນ້ຳ ເຂດບ້ານເວີນຄຳ ເມືອງໄຊທານີ ແຂວງນະຄອນຫລວງ ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ)ຈຶ່ງໄດ້ຈັດທີມປະຕີບັດການທາງນ້ຳພ້ອມດ້ວຍອຸປະກອນ ອອກໄປຊ່ວຍເຫຼືອຄົ້ນຫາຜູ້ສູນຫາຍທາງນ້ຳຄັ້ງນີ້ສ່ວນສາເຫດພວກເຮົາຍັງບໍ່ຮູ້ສາເຫດເທື່ອ.

ລາຍງານຈາກ ໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປລາວ 1623 ໃຫ້ຮູ້ວ່າ ໃນວັນທີ 16 ກັນຍາ 2020 ເວລາປະມານ 19:15 ໂມງ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ 1623 ໄດ້ຮັບແຈ້ງເຫດວ່າມີຄົນຈົມນ້ຳ ຈຸດເກີດເຫດແມ່ນ ເຂດຂົວບ້ານນາໄຫ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.

ຜູ້ສູນຫາຍເປັນເພດຍິງ ອາຍຸປະມານ 14-17 ປີ ອາຊີບ ປະຊາຊົນ ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ. ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງໄດ້ໃຊ້ອຸປະກອນແລະທີມຄົ້ນຫາທາງນໍ້າເພື່ອຄົ້ນຫາຜູ້ສູນຫາຍ. ແຕ່ເນື່ອງຈາກສະພາບອາກາດແມ່ນຕາເວັນຕົກດິນແລ້ວເຮັດໃຫ້ມີຄວາມຫຍຸ້ງຍາກໃນການຄົ້ນຫາ

ທາງທີມຄົ້ນຫາທາງນໍ້າຈຶ່ງໄດ້ປຶກສາຫາລືແລະຕົກລົງກັນຈະສືບຕໍ່ການຄົ້ນຫາ. ທາງຫນ່ວຍກູ້ໄພມູນນິທິຊ່ວຍເຫລືອຄົນທຸກຍາກແຫ່ງ ສປປ ລາວ 1623 ຈຶ່ງຈະໄດ້ນຳສົ່ງສົບຜູ້ເສຍຊີວິດໃຫ້ແກ່ຍາດພີ່ນ້ອງເພື່ອເຮັດພິທີທາງສາສະຫນາ ແລະ ທາງຫນ່ວຍກູ້ໄພກໍຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດໃນການສູນເສຍຄັ້ງນີ້ດ້ວຍ.

.

.

.

ShareTweetShare
Next Post
ເດັກກະຕັນຍູ ຫາ​ລ້ຽງ​ແມ່ ທັງ​ເວັນ ແລະ ຄືນ ສຸດ​ລຳ​ບາກ ຫຼັງ​ພໍ່​ແຍກ​ທາງ

ເດັກກະຕັນຍູ ຫາ​ລ້ຽງ​ແມ່ ທັງ​ເວັນ ແລະ ຄືນ ສຸດ​ລຳ​ບາກ ຫຼັງ​ພໍ່​ແຍກ​ທາງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດ່ວນໆ ແຈ້ງຂ່າວ ປັບຂຶ້ນລາຄາປີ້ລົດໄຟລາວ-ຈີນທຸກໆສະຖານີ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...