ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 18, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຳເລັດດ້ວຍດີ!. ການສອບເສັງເຂົ້າ ມ.ຊ ແບບອນນໄລທຳອິດ ໃນສົກສຶກສາ 2021-2022

jon by jon
ເດືອນພະຈິກ 26, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ມະຫາວິທະຍາໄລແຫ່ງຊາດລາວ ຈັດການສອບເສັງຄັດເລືອກເອົານັກສຶກສາ ປະຈຳສົກສຶກສາ 2021-2022 ຜ່ານທາງລະບົບທາງໄກ (ອອນລາຍ) ຈັດຂຶ້ນໃນວັນທີ 25 ພະຈິກ 2021, ໂດຍມີຈຸດສູນລວມຄະນະກຳມະການຕັ້ງຢູ່ທີ່ສະໂມສອນຂອງສະຖາບັນຂົງຈື ມ.ຊ ໂດຍການໃຫ້ກຽດລົງຕິດຕາມການສອບເສັງຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸດົມ ພອນຄຳເພັງ ຮັກສາການອະທິການບໍດີ ມ.ຊ, ມີບັນດາທ່ານຮອງອະທິການບໍດີ, ບັນດາຄະນະກຳມະການຮັບຜິດຊອບການສອບເສັງຜ່ານທາງລະບົບອອນລາຍ ພ້ອມດ້ວຍບັນດາຄະນະກຳມະການທັງ 12 ຈຸດເຂົ້າຮ່ວມ.

ໃນສົກສຶກສາ 2021-2022 ນີ້ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ທາງ ມ.ຊ ຈຶ່ງໄດ້ຫັນປ່ຽນຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (ລະບົບອອນລາຍ) ໂດຍນຳໃຊ້ Google Platform (Gmail, Classroom, Meet and Chrome). ໃນການສອບເສັງຄັ້ງນີ້, ມ.ຊ ກໍໄດ້ວາງແຜນ ແລະ ກຽມຄວາມພ້ອມໃນທຸກໆດ້ານ ເປັນຕົ້ນແມ່ນການພັດທະນາໂປຣແກມເພື່ອຮັບຮອງໃຫ້ການສອບເສັງມີປະສິດຕິພາບ, ການແຕ່ງຕັ້ງອະນຸກຳມະການ, ຈັດຝຶກອົບຮົມດ້ານເຕັກນິກໄອທີໃຫ້ແຕ່ລະອະນຸກຳມະການ ຊຶ່ງໄດ້ຈັດການສອບເສັງທົດລອງເຖິງ 2 ຄັ້ງເພື່ອໃຫ້ນັກສອບເສັງມີຄວາມພ້ອມ ແລະ ເຂົ້າໃຈລະບົບການສອບເສັງແບບທາງໄກ. ການສອບເສັງຄັດເລືອກເອົານັກສຶກສາໃນສົກສຶກສາ 2021-2022 ໄດ້ແບ່ງອອກເປັນ 12 ຈຸດສອບເສັງ, ມີ 91 ຈຸ, ມີ 458 ຫ້ອງສອບເສັງ, ມີກຳມະການຍາມຫ້ອງສອບເສັງຈໍານວນ 458 ທ່ານ, ຫ້ອງ 1 ບັນຈຸນັກສອບເສັງຈຳນວນ 20 ຄົນ. ມີນັກຮຽນທີ່ມີໜ້າສອບເສັງຕົວຈິງຈຳນວນ 6.625 ຄົນ, ການສອບເສັງໄດ້ແບ່ງອອກເປັນ 2 ກຸ່ມຄື ກຸ່ມ A ສອບເສັງວິຊາ ຄະນິດສາດ A, ຟີຊິກສາດ, ພາສາລາວ-ວັນນະຄະດີ, ເຄມີສາດ, ຊີວະສາດ ແລະ ພາສາອັງກິດ ມີຜູ້ສອບເສັງຕົວຈິງຈຳນວນ 2.378 ຄົນ ແລະ ກຸ່ມ B ສອບເສັງວິຊາຄະນິດສາດ B, ພາສາລາວ-ວັນນະຄະດີ, ພູມີສາດ, ປະຫວັດສາດ ແລະ ພາສາອັງກິດ; ມີຜູ້ສອບເສັງຕົວຈິງຈຳນວນ 4.249 ຄົນ, ການສອບເສັງແມ່ນຈັດຂຶ້ນພາຍໃນໜຶ່ງວັນ; ເລີ່ມຕອນເຊົ້າເວລາ 9:00 ໂມງ ເຖິງ 11:00 ໂມງ ແລະ ຕອນບ່າຍເວລາ 14:00 ໂມງເຖິງ 15:30 ນາທີ.

ທ່ານ ພຸດ ສິມມາລາວົງ ກໍໄດ້ມີຄຳເຫັນຕໍ່ການສອບເສັງແບບທາງໄກຂອງ ມ.ຊ ຊຶ່ງທ່ານໄດ້ກ່າວບາງຕອນວ່າ: ທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໃນຫຼາຍດ້ານ ໂດຍສະເພາະໃນຂົງເຂດວຽກງານການສຶກສາ, ຕາມທຳມະດາແລ້ວການສອບເສັງເຂົ້າ ມ.ຊ ແມ່ນຈະຈັດຂຶ້ນໃນໄລຍະເດືອນ ກໍລະກົດ ຫາ ເດືອນ ສິງຫາ ຂອງທຸກໆປີ ແຕ່ມາໃນສົກສຶກສານີ້ ຈຳເປັນຕ້ອງໄດ້ປັບປ່ຽນຮູບແບບການສອບເສັງຈາກການສອບເສັງແບບເຊິ່ງໜ້າ ມາເປັນການສອບເສັງແບບທາງໄກ (online) ຖືເປັນຄັ້ງທຳອິດຂອງມະຫາວິທະຍາໄລແຫ່ງຊາດ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກ ແຕ່ຄະນະນຳ ແລະ ພະນັກງານ, ຄູ-ອາຈານຂອງ ມ.ຊ ກໍໄດ້ສຸມທຸກກຳລັງແຮງເພື່ອຈັດການສອບເສັງຄັ້ງນີ້ເພື່ອໃຫ້ໄດ້ຮັບຜົນສຳເລັດ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກໃນການປັບປ່ຽນການສອບເສັງກໍຕາມ ແຕ່ທາງ ມ.ຊ ກໍມີການກະກຽມຄວາມພ້ອມທັງສາມາດຮັບປະກັນໄດ້ທັງຄວາມໂປ່ງໃສ ແລະ ຄຸນນະພາບ.ສຳລັບຜົນການສອບເສັງ ຄາດວ່າ ຈະປະກາດຜົນໃຫ້ຊາບພາຍໃນ 2 ອາທິດ ຫຼັງຈາກການສອບເສັງ

.ແຫຼ່ງຂ່າວ: ມະຫາວິທະຍາໄລແຫ່ງຊາດ

ShareTweetShare
Next Post
ຂໍ້ມູນຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ຈາກໂຄວິດ ປະຈຳວັນທີ 26 ພະຈິກ 2021

ຂໍ້ມູນຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ຈາກໂຄວິດ ປະຈຳວັນທີ 26 ພະຈິກ 2021

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ນ້ອງ ບົ້ງກື ໄດ້ບໍ່! ປະກາດຕາມຫາ ນາງບົ້ງກີ ອູມພູທອນ ຫາຍໂຕໄປ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ດ່ວນໆ ສາວພອນກິນຢາປິດຊີບຕົນເອງ ໃຜຢູ່ໃກ້ລາວພາໄປໂຮງໝໍດ່ວນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ວິກິດໜັກ ລ່າສຸດ ລັດຖະບານ ສີລັງກາປະກາດ ບໍ່ມີນ້ຳມັນຂາຍແລ້ວ
  • ຂ່າວດ່ວນ ແຈ້ງປັບຂຶ້ນລາຄາ ນ້ຳມັນທົ່ວປະເທດ
  • ດ່ວນ..! ລົດ ອະນຸສິດຂົນສົ່ງ ເສຍຫລັກ​ປີ້ນ​
  • ເລັ່ງຈັດສັນລັດໃຫ້ສອດຄ່ອງ ຫັນໃຊ້ລົດໄຟຟ້າ ແລະ ຍົກເລີກລົດປະຈຳຕຳແໜ່ງຂັ້ນກົມລົງມາ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...