ອີງຕາມການລາຍງານ ຂອງມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ

ໃນວັນທີ 19 ພະຈິກ 2021 ເວລາປະມານ 18:40 ໂມງ ໄດ້ຮັບແຈ້ງເຫດ ຜ່ານເບີສຸກເສີນ 020 23451624 – 020 55330065 ວ່າ: ເກີດອຸ ບັ ດ ຕິເຫດລົດຈັກຕຳຄວາຍ ຢູ່ເສັ້ນທາງທາດເມືອງເກົ່າ ເມືອງທ່າແຂກ ແຂວງຄຳມ່ວນ.

ດັ່ງນັ້ນ,ທີມງານໄປເຖິງຈຸດເກີດເຫດ ໄດ້ພົບເຫັນຜູ້ ບ າ ດເຈັບ 1 ຄົນ ເພດຊາຍ; ມີອາການເບື້ອງຕົ້ນ ແຂນທ່ອນລຸ່ມເບື້ອງຊ້າຍຫັກ, ມີບາດແຜຖະຫຼອກຕາມຕີນ,ແຂນ ແລະ ຫົວເຂົ່າຊ້າຍຂວາ.

ທີມງານໜ່ວຍກູ້ໄພ ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງຜູ້ບາດເຈັບ ໄປປິ່ນປົວທີ່ໂຮງໝໍແຂວງຄຳມ່ວນ.

Discussion about this post