ວັນທີ 19 ພະຈິກ ນີ້,ທີ່ສານປະຊາຊົນສູງສຸດ ໄດ້ຈັດພິທີມອບ-ຮັບໜ້າທີ່ປະທານສານປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ລະຫວ່າງ ທ່ານ ແສງສຸວັນ ຈັນທະລຸນນຸວົງ ປະທານສານປະຊາຊົນ ນະຄອນຫຼວງວຽງຈັນ (ຜູ້ເກົ່າ) ແລະ ທ່ານ ນາງ ເກສອນ ພັນລັກ ປະທານສານປະຊາຊົນ ນະຄອນຫຼວງວຽງຈັນ(ຜູ້ໃໝ່),ໂດຍມີທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ,ພ້ອມດ້ວຍພະນັກງານການນຳນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ທ່ານ ແສງສຸວັນ ຈັນທະລຸນນຸວົງ ໄດ້ຜ່ານບົດສະຫຼຸບໜ້າທີ່ວຽກງານຂອງສານປະຊາຊົນ ນະຄອນຫຼວງວຽງຈັນ ໄລຍະຜ່ານມາ ວ່າ: ຄະນະ ພັກຮາກຖານ ສານປະຊາຊົນ ນວ ແມ່ນຮາກຖານພັກໜຶ່ງຂຶ້ນກັບການຊີ້ນຳ-ນຳພາ ໂດຍກົງຂອງຄະນະບໍລິຫານງານພັກນະຄອນຫຼວງວຽງ ຈັນ ປະກອບມີ 8 ໜ່ວຍພັກຂຶ້ນກັບ ຄື: ໜ່ວຍພັກຫ້ອງການ-ຈັດຕັ້ງ,ໜ່ວຍພັກຄະນະສານອາຍາ,ໜ່ວຍພັກຄະນະສານເດັກ,ໜ່ວຍພັກຄະນະສານແພ່ງ,ໜວ່ຍພັກຄະນະສານຄອບຄົວ,ໜວ່ຍພັກຄະນະສານແຮງງານ,ໜ່ວຍພັກຄະນະສານການຄ້າ ແລະ ໜ່ວຍພັກຄະນະສານປົກຄອງ.
ປັດຈຸບັນ,ມີຄ ະ ດີທີ່ຍັງຄ້າງຢູ່ສານທັງໝົດ 1.305 ເລື່ອງ,ໃນນັ້ນ ແຍກເປັນ ຄ ະ ດີແພ່ງທັງໝົດ 404 ເລື່ອງ,ຄ ະ ດີອາຍາ586 ເລື່ອງ, ຄ ະ ດີການຄ້າ 247 ເລື່ອງ,ຄ ະ ດີຄອບຄົວ 38 ເລື່ອງ,ຄ ະ ດີເດັກ 23 ເລື່ອງ ແລະ ຄ ະ ດີແຮງງານ 7 ເລື່ອງ;ສ່ວນຄ ະ ດີປົກຄອງ ແມ່ນບໍ່ມີ (ສະຫຼຸບຮອດເດືອນ 10/2021 ).
ໃນພິທີດັ່ງກ່າວ,ທ່ານ ນາງ ວຽງທອງ ສີພັນດອນ ໄດ້ໂອ້ລົມ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງປະທານ ແລະ ພະນັກ ງານສານທຸກຄົນທີ່ໄດ້ປະຕິບັດໜ້າທີ່ຂອງຕົນໄລຍະຜ່ານມາ ແລະ ໄດ້ເນັ້ນໃຫ້ປະທານຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມທີ່ຜ່ານມາ ແລະ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ມີຄຸນທາດການເມືອງໜັກແໜ້ນ,ມີຄຸນສົມບັດສິນທຳປະຕິບັດ.
ມີຈັນຍາບັນ-ຈັນຍາທຳມີນໍ້າໃຈຮັກຊາດ ຮັບໃຊ້ປະຊາຊົນ ມີສະຕິເຄົາລົບປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ແລະ ສືບຕໍ່ຊີ້ນຳ-ນຳພາ ບັນດາຄະນະສານ ໃນການປະຕິບັດໜ້າທີ່ວຽກງານ ທີ່ຮັບຜິດຊອບໃຫ້ສູງຂຶ້ນກວ່າເກົ່າ,ໂດຍສະເພາະ ວຽກງານການຄົ້ນຄວ້າແກ້ໄຂຄ ະ ດີຂອງແຕ່ລະຄະນະສານ ໃຫ້ມີຄວາມວ່ອງໄວ,ໂປ່ງໃສ ແລະ ຖືກຕ້ອງຕາມກົດໝາຍ.
ທີ່ມາຂ່າວ: ສານປະຊາຊົນສູງສຸດ
Discussion about this post