ໃນງານວາງສະແດງອຸດສາຫະກໍາສຸຂະພາບ ທີ່ແຂວງເຫີໜານ, ລະບຸໃຊ້ພຽງແຕ່ 1 ໃນ 5 ຂອງຢາວັກຊິນແບບສັກ.
ຕາມຂ່າວຕ່າປະເທດລາຍງານວ່າ: ສປ ຈີນ ໄດ້ເປີດໂຕວັກຊິນຕ້ານໂຄວິດ-19 ຊະນິດສູດດົມເຂົ້າປອດຄັ້ງທຳອິດຂອງໂລກ ໃນງານວາງສະແດງອຸດສາຫະກຳສາທາລະນະສຸກ ຄັ້ງທີ 5 ຢູ່ນະຄອນໄຫໂຂວ ເຊິ່ງເປັນງານວາງສະແດງອຸດສາຫະກໍາສຸຂະພາບໃນແຂວງເຫີໜານ ໃນວັນທີ 12 ພະຈິກ ຜ່ານມາ.ວັກຊິນຊະນິດສູດດົມດັ່ງກ່າວ ໄດ້ຮັບການພັດທະນາໂດຍທີມງານຜູ້ຊ່ຽວຊານດ້ານພະຍາດຕິດຕໍ່ Chen Wei ຂອງກອງທັບ ແລະ ບໍລິສັດ ແຄນຊິໂນ ໄບໂອໂລຈິກ, ເປັນຢາວັກຊິນແບບສູດເຂົ້າປອດຜ່ານທາງປາກ.

ຢ່າງໃດກໍ່ຕາມ, ຈາກການວິໄຈພົບວ່າ ວັກຊິນແບບສູດດົມເຂົ້າປອດທີ່ໃຊ້ພຽງ 1 ໃນ 5 ຂອງວັກຊິນແບບສັກ ສາມາດສ້າງພູມຄຸ້ມກັນແບບເຊວຄືກັນກັບຊະນິດສັກ ແລະ ເນື່ອງຈາກວ່າຢາວັກຊິນເຂົ້າສູ່ປາກໄປຍັງລະບົບຫາຍໃຈ ແລະ ປອດ ເຮັດໃຫ້ການກະຕຸ້ນພູມຄຸ້ມກັນໃນເສັ້ນທາງເດີນຫາຍໃຈແບບທີ່ວັກຊິນຊະນິດສັກ ບໍ່ສາມາດເຮັດໄດ້.ນອກຈາກນີ້, ໃນເວລາທີ່ວັກຊິນແບບສູດເຂົ້າປອດ ເປັນວັກຊິນກະຕຸ້ນຫຼັງການສັກແບບສັກ ກໍ່ຈະຊ່ວຍສ້າງພູມຄຸ້ມກັນກໍາຈັດຜົນກະທົບຂອງເຊື້ອພະຍາດ.
ໂດຍນັກວິໄຈ ຈາກສະຖາບັນການແພດທະຫານ ແລະໂຮງໝໍ Zhongnan ຂອງມະຫາວິທະຍາໄລ Wuhan ຮ່ວມກັນທົດລອງທາງດ້ານຄລີນິກຮ່ວມຂອງວັກຊີນຕ້ານໂຄວິດ-19 ຊະນິດສູດດົມເຂົ້າປອດ ມາຕັ້ງແຕ່ເດືອນກັນຍາ 2020. ໃນຂະນະນີ້ການທົດສອບທາງດ້ານຄລີນິກໄລຍະ 2 ໄດ້ໃຫ້ຜົນຮັບເບື້ອງຕົ້ນແລ້ວ ແລະ ບໍລິສັດໄດ້ຍື່ນຄໍາຮ້ອງຂໍການອະນຸມັດການນໍາໃຊ້ຢາວັກຊິນເປັນກໍລະນີສຸກເສີນ.
Discussion about this post