ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໜິບໍ່ລອດ!..ຫຼົບໜີໄດ້ພຽງ 2 ວັນກໍ່ເຫດລັກແຫວນເພັດ,ສາຍຄໍຄຳ ໜັກ 3 ບາດ

jon by jon
ເດືອນພະຈິກ 9, 2021
in ທົ່ວໄປ
0
Home ທົ່ວໄປ

ໃນວັນທີ 5 ພະຈິກ 2021 ເຈົ້າໜ້າທີ່ພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມວ່າ: ມີເຫດການປີນເຂົ້າເຮືອນຂອງຕົນແລ້ວລັກເອົາຊັບສິນຈຳນວນໜື່ງໄປ ຢູ່ເຂດບ້ານສີໄຄທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ພັທ ຄຳປ່ຽນ ອຸດົມວິໄລ ຫົວໜ້າພະແນກຕຳຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ຈື່ງໄດ້ສົມທົບກັບ ປກສ ກຸ່ມສີໄຄ ແລະ ການຈັດຕັ້ງບ້ານດັ່ງກ່າວ ລົງກວດກາສະຖານທີ່ເກີດເຫດພົບ

ເຫັນຂໍ້ມູນຫຼັກຖານຊີ້ໃຫ້ເຫັນຜູ້ລົງມືກໍ່ເຫດລັກຊັບ ຊື່ທ້າວ ອຸໄລ ຫຼື ຜິງ ອາຍຸ 25 ປີ ເປັນຄົນບ້ານດຽວກັນ ເຈົ້າໜ້າຈື່ງໄດ້ສືບຄົ້ນຫາ, ຕົກມາຮອດວັນທີ 06 ພະຈິກ 2021 ຈື່ງກັກຕົວຜູ້ກ່ຽວມາສອບສວນຂະຫຍາຍຜົນ.

ຜ່ານການສອບສວນ ທ້າວ ອຸໄລ ຫຼື ຜິງ ໄດ້ໃຫ້ການຮັບສາລະພາບວ່າ: ໃນວັນທີ 4 ພະຈິກ 2021 ຕົນເອງໄດ້ປີນຂຶ້ນໄປລັກເອົາສາຍຄໍຄຳໜັກ 3 ບາດ ແລະ ແຫວນເພັດ 1 ວົງ ຢູ່ບ່ອນນອນຂອງທ້າວໂດ້ ເຊີ່ງເປັນຄົນຮັກແພງກັນ

ເພາະຕົນຮູ້ວ່າທ້າວໂດ້ ແລະ ເມຍຂອງລາວບໍ່ຢູ່ເຮືອນ ພາຍຫຼັງໄດ້ສາຍຄໍຄຳ ແລະ ແຫວນເພັດ ຕົນໄດ້ນຳເອົາສາຍຄໍຄຳນ້ຳໜັກ 3 ບາດ ໄປຂາຍຢູ່ຕະຫຼາດສີໄຄ ໄດ້ເງິນ 28,000,000 ກີບ ແລ້ວນໍາເງິນຈໍານວນດັ່ງກ່າວໄປຊື້ລົດຈັກ ແລະ ໂທລະສັບ ສ່ວນແຫວນເພັດແມ່ນເກັບຮັກສາໄວ້.

ປັດຈຸບັນ ເຈົ້າໜ້າທີ່ໄດ້ສົ່ງຕົວ ທ້າວ ອຸໄທ ໄປກັກກັນຢູ່ສູນກັກກັນ ເພື່ອກັ່ນກອງຫາເຊື້ອພະຍາດໂຄວິດ-19 ເມື່ອຄົບກໍານົດ 14 ວັນຈຶ່ງສືບຕໍ່ນໍາຕົວຜູ້ກ່ຽວມາດຳເນີນຄະດີ.

ShareTweetShare
Next Post
ເກີດເຫດ ໄລ່ຍິງກັນ ສຽງປືນດັງຂື້ນຫຼາຍນັດເມືອງທ່າແຂກ ແຂວງຄຳມ່ວນ

ເກີດເຫດ ໄລ່ຍິງກັນ ສຽງປືນດັງຂື້ນຫຼາຍນັດເມືອງທ່າແຂກ ແຂວງຄຳມ່ວນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...