ວັນທີ 30 ຕຸລາ ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ລົງຕັ້ງດ່ານກວດກາຢູ່່ເສັ້ນທາງລະຫວ່າງບ້ານຫາດດອນຄູນ ຫາບ້ານທົ່ງພັນຄໍາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ພົບເຫັນຊາຍກາງຄົນ ມີທ່າທາງພິລຸດ ຂັບຂີ່ລົດຈັກຜ່ານມາ ຈຶ່ງໄດ້ກັກລົດ ແລະ ກວດຄົ້ນພົບເຫັນຢາບ້າ 6.086 ເມັດ ແລະ ຝິ່ນ 3 ກ້ອນ ນ້ຳໜັກ 700 ກຼາມ ໃນກະເປົາເປ້ຂອງຜູ້ກ່ຽວ ຈຶ່ງກັກຕົວພ້ອມຂອງກາງ ໄປດຳເນີນຄະດີ.

ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ຊົງວາຢາງ ອາຍຸ 48 ປີ ຢູ່່ບ້ານຫ້ວຍແກ້ວ ເມືອງຫີນເຫີບ ແຂວງວຽງຈັນ.

ຜູ້ກ່ຽວສາລະພາບວ່າ: ໃນວັນທີ 29 ຕຸລາ 2021,ເວລາປະມານ 22:00 ໂມງ ມີພີ່ນ້ອງຢູ່່ບ້ານຜາເມືອງ ເມືອງບໍລິຄັນ ໄດ້ໂທລະສັບບອກ ໃຫ້ມາເອົາຢາບ້າ ແລະ ຝິ່ນໄປຂາຍ,ຖ້າຂາຍໝົດແລ້ວ ຈຶ່ງເອົາເງິນມາໃຫ້ຕາມຫຼັງ.

ມາຮອດວັນທີ 30 ຕຸລາ 2021 ກໍໄດ້ອອກມາເອົາຢາບ້າ ແລະ ຝິ່ນ, ໂດນນັດກັນຢູ່່ຕະຫຼາດເມືອງບໍລິຄັນ. ຫຼັງຈາກໄດ້ຮັບໄດ້ຢາເສບຕິດຈຳນວນດັ່ງກ່າວ,ກໍໄດ້ຂັບຂີ່ລົດຈັກກັບບ້ານ ພໍມາຮອດເຂດຫ້ວຍກວນ 2 ກໍຖືກເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ກັກຕົວພ້ອມຂອງກາງ.
ຂ່າວ-ພາບ: ປກສ ແຂວງບໍລິຄຳໄຊ
Discussion about this post