ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 25, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່!..ກັກຕົວ ຊາຍ ອາຍຸ 44 ປີ ພ້ອມຂອງກາງຢາບ້າ 238 ເມັດ

jon by jon
ເດືອນຕຸລາ 28, 2021
in ທົ່ວໄປ
0
Home ທົ່ວໄປ

ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ເຂົ້າແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດ (ຢາບ້າ) ສາມາດກັກຕົວເປົ້າໝາຍໄດ້ 1 ຄົນຊື່: ທ້າວ ຂັນຕີ ຫຼື ໄກ່ ອາຍຸ 44 ປີ ຫວ່າງງານ ຢູ່ບ້ານ ໜອງພູວຽງ ເມືອງປາກງື່ມ ໃນວັນທີ 26 ຕຸລາ 2021 ພ້ອມຂອງກາງຢາບ້າ 238 ເມັດ ມາດໍາເນີນຄະດີ.

ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ: ໃນວັນທີ 26 ຕຸລາ 2021, ຕົນເອງ ໄດ້ຊື້ຢາບ້ານໍາຊາຍຄົນໜຶ່ງ ຢູ່ບ້ານເວີນແຄນ ເມືອງປາກງື່ມ ຈໍານວນ 238 ເມັດ ເພື່ອເອົາມາເສບ ແລະ ແບ່ງຂາຍ. ພາຍຫຼັງໄດ້ຢາບ້າມາແລ້ວ ກໍກັບເມືອເຮືອນ ຮອດເວລາປະມານ 17:00 ໂມງ ຂອງວັນດຽວກັນ ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວ ຢູ່ເຮືອນຂອງຕົນ ພ້ອມຂອງກາງຢາບ້າ ຈໍານວນ ດັ່ງກ່າວ ນອກຈາກນີ້ ຜູ້ກ່ຽວຍັງຮັບສາລະພາບອີກວ່າ ຜ່ານມາໄດ້ພົວພັນກັບຢາເສບຕິດແຕ່ 2019 ດ້ວຍການເສບ.ປັດຈຸບັນ ກອງບັນຊາການ ປກສ ເມືອງປາກງື່ມ ໄດ້ກັກກັນ ຜູ້ກ່ຽວຕາມມາດຕະການປ້ອງກັນ, ຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ -19 ພາຍຫຼັງ ຄົບຕາມກໍານົດເວລາ ແລະ ກວດບໍ່ພົບເຊື້ອແລ້ວ ຈິ່ງຈະໄດ້ນໍາຕົວຜູ້ກ່ຽວມາດໍາເນີນການສຶບສວນ-ສອບສວນ ອີກເທື່ອໜຶ່ງ ເພື່ອຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການ ມາດໍາເນີນຄະດີ ຕາມລະບຽບກົດໝາຍ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ 

ShareTweetShare
Next Post
29ຕຸລາ ຕິດເຊື້ອໃໝ່ 447  ຄົນ ເສຍຊີວິດ 2..! ຊຸມຊົນນະຄອນຫຼວງ 253ຄົນ

29ຕຸລາ ຕິດເຊື້ອໃໝ່ 447 ຄົນ ເສຍຊີວິດ 2..! ຊຸມຊົນນະຄອນຫຼວງ 253ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນ ນ້ຳຖ້ວມ-ດິນເຈື່ອນ ຢູ່ອິນເດຍ ມີຜູ້ເສຍຊີວິດ 25 ຄົນ
  • ເຈົ້າໜ້າທີ່ເຮັດແທ້ ເມືອງໄຊເສດຖາ ສັ່ງປິດປໍ້ານໍ້າມັນ ຂາຍເກີນລາຄາ.
  • ຂ່າວເສົ້າ…. ເຮືອບິນນັກທ່ອງທ່ຽວຕົກ ເຮັດໃຫ້ເສຍຊີວິດທັງໝົດ ທີ່ປະເທດຝຣັ່ງ
  • ເກີດເຫດຊາຍຫນຸ່ມ ຂັບຂີ່ລົດຈັກດ້ວຍຄວາມໄວ ຕຳເສົາມ້າລາຍ ຢູ່ແຄມທາງເສຍຊີວິດຄາທີ່.
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...