ໃນວັນ 19 ຕຸລາ 2021 ບໍລິສັດ ລ້ານຊ້າງ ຂາອອກ- ຂາເຂົ້າ ຈຳກັດ ເຊິ່ງເປັນຕົວແທນຈຳຫນ່າຍລົດ BMW ຢ່າງເປັນທາງການ ໃນ ສປປ ລາວ ໄດ້ປະກອບສ່ວນເຄື່ອງຊ່ວຍເຫຼືອໃຫ້ແກ່ກະຊວງສາທາລະນະສຸກ ປະເພດ: ເສື່ອນອນ, ຫມອນ, ຜ້າຫົ່ມ, ມຸ້ງ, ນ້ຳດື່ມ ພ້ອມດ້ວຍເງິນສົດ ລວມມູນຄ່າທັງຫມົດ 42 ລ້ານກີບ ເພື່ອໃຊ້ໃນການຊ່ວຍເຫລືອພື້ນທີ່ ທີ່ມີຄວາມຕ້ອງການເຄື່ອງປະເພດດັ່ງກ່າວໃນການເບິ່ງແຍງຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ເປັນສ່ວນປະກອບເຂົ້າ ເພື່ອເປັນກໍາລັງໃຈໃຫ້ແກ່ແພດຫມໍດ່ານຫນ້າເຊັ່ນດຽວກັນ

ເຊິ່ງມອບໂດຍ ທ່ານ ນາງ ຈັນທະນາ ປັນຍາສິຣິ ຜູ້ອໍານວຍການ ບໍລິສັດ ລ້ານຊ້າງ ຂາອອກ ຂາເຂົ້າ ຈຳກັດ ພ້ອມດ້ວຍຄະນະ ແລະ ໃຫ້ກຽດກ່າວຮັບໂດຍ ທ່ານ ດຣ ສະໜອງ ທອງສະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ.ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ທ່ານ ສົມຈິດ ຜາວິໄລ ຮອງຫົວໜ້າຫ້ອງການ ກະຊວງສາທາລະນະສຸກ, ທ່ານ ນ.ພູວຽງ ຄຳມະນີ ຮອງພະແນກຄຸ້ມຄອງເງິນຊ່ວຍເຫລືອ ກົມການເງິນ, ທ່ານ ດຣ.ສຸລິໂຍໄທ ທຳມະລັງສີ ເລຂານຸການຮອງລັດຖະ ມົນຕີ.

ການຊ່ວຍເຫລືອໃນຄັ້ງນີ້ແມ່ນຢູ່ພາຍໃຕ້ໂຄງການ BMW JOY CLUB ຮ່ວມແບ່ງປັນນ້ຳໃຈ ເພື່ອຕ້ານພະຍາດໂຄວິດ-19.

ເຊິ່ງໂຄງການນີ້ ແມ່ນໂຄງການທີ່ ທາງສູນ BMW ລາວ (ບໍລິສັດລ້ານຊ້າງ ຂາອອກ-ຂາເຂົ້າ ຈຳກັດ) ຈັດຂຶ້ນເພື່ອຊ່ວຍ ເຫລືອສັງຄົມລາວ ໂດຍມາຈາກ ບັນດາລູກຄ້າທີ່ຊື້ລົດ ຈາກ ສູນ BMW ລາວ ທຸກໆທ່ານ ແມ່ນຖືວ່າມີສ່ວນຮ່ວມ ກັບທາງບໍລິສັດ ໃນການສົມທົບທຶນເພື່ອແບ່ງປັນນໍ້າໃຈ ຊ່ວຍເຫລືອສັງຄົມລາວ.
ທີ່ມາ:ເສດຖະກິດການຄ້າ
Discussion about this post