2021 ນີ້, ທາງການທີ່ກ່ຽວຂ້ອງ ໄດ້ອອກແຈ້ງການ ຫ້າມຈັດການແຂ່ງຂັນເຮືອຊ່ວງ ເນື່ອງໃນງານບຸນອອກພັນສາປະວໍລະນາ ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ຢູ່່ນະຄອນຫຼວງວຽງຈັນ.

ອີງຕາມແຈ້ງການ ຂອງພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ເລກທີ 2443/ສກ.ນວ, ລົງວັນທີ 20 ຕຸລາ 2021 ເລື່ອງ ຫ້າມຈັດການແຂ່ງຂັນກິລາເຮືອຊ່ວງ ນັບແຕ່ວັນທີ 20-30 ຕຸລາ 2021.

ການແຂ່ງຂັນກິລາປະເພນີ ໂດຍສະເພາະວັນບຸນອອກພັນສາປະວໍລະນາ ທີ່ປະຊາຊົນລາວ ປະຕິບັດສືບທອດກັນມາ ເນື່ອງຈາກສະພາບການ ແພ່ລະບາດຂອງພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນ ທີ່ຍັງມີຜູ້ຕິດເຊື້ອເພີ່ມຂຶ້ນ ເຊິ່ງມີຄວາມສ່ຽງສູງ ທີ່ຈະເກີດການແພ່ລະບາດໃນຊຸມຊົນ ແລະ ຂະຫຍາຍເປັນວົງກວ້າງ.
Discussion about this post