ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກົມໃຫຍ່ການເມືອງ ປກສ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ

jon by jon
ເດືອນຕຸລາ 20, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ວັນທີ 19 ຕຸລາ 2021,ກົມໃຫຍ່ການເມືອງ ປກສ ກະຊວງປ້ອງກັນຄວາມສະຫງົບ ໄດ້ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ທີ່ມີຜົນງານ ແລະ ຄົບມາດຖານຂອງການເລື່ອນຊັ້ນ,ເປັນກຽດເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ,ມີບັນດາຄະນະພັກ-ຄະນະບັນຊາ,ພ້ອມດ້ວຍ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ແລະ ບັນດາກົມກອງອ້ອມຂ້າງກົມໃຫຍ່ການເມືອງ ເຂົ້າຮ່ວມ.

ພັອ ບຸນສີ ທຳມະລັງສີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳ ຫຼວດ ກົມໃຫຍ່ການເມືອງ ປກສ ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເຊິ່ງໄດ້ຮັບການເລື່ອນຊັ້ນ ດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 6 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 8 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 36 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 1 ສະຫາຍ
  • ວາທີ ຂຶ້ນ ຮ້ອຍຕີ 5 ສະຫາຍ

ໃນໂອກາດດຽວກັນ,ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການ-ຮັບອຸດໜູນບຳນານ ຈຳນວນ 5 ສະຫາຍ, ພ້ອມທັງມອບເງິນອຸດໜູນ ໃຫ້ແຕ່ລະສະຫາຍຈຳນວນໜຶ່ງ ມີຄື:

  • ພັທ ທອງເພັດ ພາອຸດົມ
  • ພັທ ນາງ ຈັນທະລີ ອຸດວງວິໄລ
  • ພັທ ນາງ ພອນວັນ ລໍເກດສີ
  • ພັທ ສູນທະລາວົງ ພູທອງສີ
  • ພັທ ນິລະໄພ ພັນນະວົງ

ໃນໂອກາດນີ້, ພົຈວ ຄຳສາຍ ຈັນທະວົງ ກໍໄດ້ໂອ້ລົມຕໍ່ພະນັກງານ ທີ່ໄດ້ຮັບການເລື່ອນຊັ້ນ,ເຊິ່ງກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນຄັ້ງນີ້,ພ້ອມທັງເນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ໃນການປະຕິບັດໜ້າທີ່ໃຫ້ມີຜົນງານໃໝ່ໃຫຍ່ຫຼວງກວ່າເກົ່າ.

ນອກນີ້, ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາພະນັກງານທີ່ໄດ້ຮັບການປະກາດພັກການ-ຮັບອຸດໜູນບຳນານ,ເຊິ່ງຕະຫຼອດໄລຍະຜ່ານມາ ບັນດາສະຫາຍໄດ້ອຸທິດຕົນເພື່ອປະຕິບັດໜ້າທີ່ດ້ວຍຄວາມຮັບຜິດສູງ,ເປັນການປະກອບສ່ວນ ໃຫ້ວຽກງານປ້ອງກັນຄວາມສະ ຫງົບ ໄດ້ຮັບການພັດທະນາຕາມຂົງເຂດວິຊາສະເພາະເປັນກ້າວໆ.

ຂ່າວ-ພາບ: ເພຈຄວາມສະຫງົບ LSN

ShareTweetShare
Next Post
ດ່ວນ!..ຫ້າມຈັດງານປະເພນິບຸນອອກພັນສາ ສະເພາະເຂດບ້ານແດງ

ດ່ວນ!..ຫ້າມຈັດງານປະເພນິບຸນອອກພັນສາ ສະເພາະເຂດບ້ານແດງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...