ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຂວງບໍ່ແກ້ວ ຈູດທຳລາຍຢາ, ສານເສບຕິດ ລວມຫຼາຍພັນກິໂລ

jon by jon
ເດືອນຕຸລາ 17, 2021
in ທົ່ວໄປ
0
Home ທົ່ວໄປ

ວັນທີ 15 ຕຸລາ ຜ່ານມານີ້, ແຂວງບໍ່ແກ້ວ ຈັດພິທີຈູດທຳລາຍຢາເສບຕິດ ແລະ ສານເສບຕິດ ລວມຫຼາຍພັນກິໂລ,ເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 20 ປີ,ໂດຍມີ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ປະທານຄະນະກຳມະການກວດກາ ແລະ ຄວບຄຸມຢາເສບຕິດ ຂັ້ນແຂວງ,ພ້ອມດ້ວຍ ການນຳຂັ້ນແຂວງ-ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັທ ຈັນພອນເພັດ ຄຳສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ກ່າວໃນພິທີວ່າ: ຢາເສບຕິດ ແລະ ສານເສບຕິດ ທີ່ນຳມາຈູດທຳທາຍໃນຄັ້ງນີ້ ແມ່ນຂອງກາງຄະດີຢາເສບຕິດ ທີ່ສານປະຊາຊົນແຂວງ ໄດ້ຕັດສີນຄະດີສິ້ນສຸດແລ້ວ ແລະ ມີຂໍ້ຕົກລົງໃຫ້ທຳລາຍຖີ້ມ ລວມມີ: ຢາບ້າ 13.624.983 ເມັດ ໜັກ 1.362 ກິໂລກຼາມ.

ຢາໄອສ໌ 534 ຖົງ ໜັກ 534 ກິໂລ, ເຮໂຣອິນ 156 ແຫ່ງ ໜັກ 60 ກິໂລ, ແປ້ງຝຸ່ນ ສານເສບຕິດ 158 ເປົ້າ ໜັກ 3.950 ກິໂລ, ໂຄເຄນ 2 ຖົງນ້ອຍ ໜັກ 0,44 ກຼາມ,ກັນຊາແຫ້ງ 1 ຖົງນ້ອຍ ໜັກ 8,6 ກຼາມ, ເຟຕາມີນ 44 ເມັດ ໜັກ 13,2 ກຼາມ ແລະ ຢາອີ 2 ຖົງນ້ອຍ ໜັກ 2,619 ກຼາມ.

ທ່ານຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ຍັງໃຫ້ຮູ້ຕື່ມອີກວ່າ: ໃນ 1 ປີ ຜ່ານມາ,ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດ ໄດ້ 338 ເລື່ອງ, ຈັບຜູ້ຖືກຫາ 393 ຄົນ,ຍິງ 35 ຄົນ.ໃນນີ້,ມີຄົນຕ່າງປະເທດ 67 ຄົນ, ຢຶດຢາເສບຕິດປະເພດຕ່າງໆ ຄື: ຢາບ້າຈຳນວນ 23.151.807 ເມັດ ໜັກ 2.315 ກິໂລກຼາມ.

ຢາໄອສ໌ 866 ກິໂລ,ເຮໂຣອິນ 156 ແທ່ງ ໜັກ 60 ກິໂລ,ແປ້ງຝຸ່່ນສານເສບຕິດ 16.250 ກິໂລ,ປືນສັ້ນ 3 ກະບອກ ພ້ອມລູກປືນ 22 ລູກ,ລົດໃຫຍ່ 11 ຄົນ,ລົດຈັກ 25 ຄັນ ແລະເຄື່ອງຂອງກາງອື່ນໆອີກຫຼາຍລາຍການ.

ນອກຈາກນີ້,ຍັງໄດ້ທຳລາຍສວນຝິ່ນ ລວມມີເນື້ອທີ່ 24 ເຮັກຕາ ແລະ ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ໃນຊຸມຊົນຕ່າງໆ ລວມມີຜູ້ເຂົ້າຮ່ວມຮັບຟັງ 1.559 ຄົນ.

ພ້ອມກັນນີ້,ໄດ້ນຳສົ່ງຜູ້ເສບຢາເສບຕິດ ເຂົ້າບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບ ໃນສູນບໍາບັດນໍ້າຈ້ວມ ຈຳນວນ 155 ຄົນ,ຍິງ 6 ຄົນ.

ShareTweetShare
Next Post
ເຈົ້າໜ້າທີ່ ປກສ ເມືອງສອງຄອນ ຈັບເປົ້າໝາຍຢາເສບຕິດ ໄດ້ 1 ຄົນ ພ້ອມຂອງກາງຢາບ້າ ຈຳນວນ402.000 ເມັດ

ເຈົ້າໜ້າທີ່ ປກສ ເມືອງສອງຄອນ ຈັບເປົ້າໝາຍຢາເສບຕິດ ໄດ້ 1 ຄົນ ພ້ອມຂອງກາງຢາບ້າ ຈຳນວນ402.000 ເມັດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...