ໃນວັນທີ 8 ຕຸລາ 2021 ທີ່ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ມີພິທີມອບ-ຮັບເຄື່ອງຊ່ວຍເຫຼືອອຸປະກອນການແພດຈາກກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມອບໃຫ້ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃຫ້ກຽດມອບໂດຍ ທ່ານ ພົນໂທ ຮ່ວງ ຊວນ ຈຽນ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮັບໂດຍ ທ່ານ ແສງເພັດ ຮ່ວງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຊິ່ງອຸປະກອນການແພດທີ່ນຳໄປມອບຄັ້ງນີ້ ປະກອບມີ ຊຸດເຄື່ອງນຸ່ງການແພດປ້ອງກັນໂຄວິດ ຂັ້ນ 4 (ຊຸດ PPE), ເຄື່ອງກວດຫາເຊື້ອ Covid-19 ( test kit ) ແລະ ນ້ຳຢາເຄມີຂ້າເຊື້ອ ລວມເປັນມູນຄ່າ 5.2 ຕື້ ດົງ.
ໃນໂອກາດນີ້, ທ່ານ ພົນໂທ ຮ່ວງ ຊວນ ຈຽນ ໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19 ຮອບໃໝ່ຢູ່ ສປປ ລາວ ຊຶ່ງເຄື່ອງຊ່ວຍເຫຼືອທີ່ມອບໃນຄັ້ງນີ້ ເປັນການຊ່ວຍເຫຼືອດ້ວຍຄວາມຈິງໃຈຈາກ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໃຫ້ແກ່ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກໍຄື ປະຊາຊົນລາວ ທີ່ກຳລັງປະສົບຄວາມຍຸ້ງຍາກຢູ່ໃນຄະນະນີ້, ທັງເປັນການປະກອບສ່ວນຕ້ານ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ພວມລະບາດຢູ່ລາວ. ທ່ານໃຫ້ຄວາມເຊື່ອໝັ້ນວ່າ ສປປ ລາວ ຈະພ້ອມກັນສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວໄດ້ໂດຍໄວ ເພື່ອເຮັດໃຫ້ປະຊາຊົນລາວໄດ້ກັບມາໃຊ້ຊີວິດແບບປົກກະຕິໃໝ່.
ທ່ານ ແສງເພັດ ຮຸ່ງບຸນຍວງ, ຕາງໜ້າໃຫ້ກະຊວງປ້ອງກັນປະເທດຂອງ ສປປ ລາວ, ຕີລາຄາສູງ ແລະ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງ ສະຫາຍ ພົນໂທ ຮ່ວງ ຊວນ ຈຽນ ທີ່ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດປ້ອງກັນເຊື້ອພະຍາດໂຄວິດ-19 ດັ່ງກ່າວນີ້ ໃຫ້ແກ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ຂໍຢືນຢັນວ່າ ເຄື່ອງອຸປະກອນການແພດເຫຼົ່ານີ້ຈະຖືກນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19 ຢູ່ ສປປ ລາວ.
ພ້ອມທັງເຊື່ອ ໝັ້ນວ່າ ພວກເຮົາຈະພ້ອມກັນຜ່ານພົ້ນຄວາມຫຍຸ້ງຍາກນີ້ໄປໄດ້ດ້ວຍດີ ພ້ອມກັນພັດທະນາເສດຖະກິດ ແລະ ຊິວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເປັນກ້າວໆ. ນອກຈາກນີ້, ທັງສອງຝ່າຍຍັງໄດ້ມີການປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ – ຫວຽດນາມ ໃນໄລຍະທ້າຍປີ 2021 ອີກດ້ວຍ.
ຂ່າວ, ພາບ: ພັນຕີ ທະວີເດດ
Discussion about this post