ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເລີ່ມແຕ່ວັນ 01-15 ຕຸລາ 2021 ປິດການສັນຈອນຕ່າງໆເວລາ 21:00 -05:00 ໂມງ

jon by jon
ເດືອນຕຸລາ 4, 2021
in ທົ່ວໄປ
0
Home ທົ່ວໄປ

ພັທ ທອງສະຫວັດ ນາວົງທອງ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນວັນທີ 2 ຕຸລາ 2021 ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບກໍາລັງຈະລາຈອນ ປກສ 9 ຕົວເມືອງ ສືບຕໍ່ຕັ້ງດ່ານກວດກາພາຫະນະສັນຈອນໄປ-ມາ ຕາມທ້ອງຖະໜົນ ໂດຍອີງໃສ່ຄໍາສັ່ງເລກທີ 15/ນຍ, ແຈ້ງການເລກທີ 37/ຈນວ ລົງວັນທີ 30 ກັນຍາ 2021 ທີ່ລະບຸວ່າ: ເລີ່ມແຕ່ວັນ 01-15 ຕຸລາ 2021 ແມ່ນໃຫ້ປິດການສັນຈອນຢູ່ບ້ານຕ່າງໆ ໃນ ນວ ເລີ່ມແຕ່ເວລາ 21:00 ໂມງ-05:00 ໂມງ ແລະ ຫ້າມພາຫະນະສັນຈອນໄປ-ມາຕາມທ້ອງຖະໜົນ; ຍົກເວັ້ນລົດຮັບໃຊ້ວຽກງານການແພດ, ລົດນໍາສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດສ້ອມແປງໄຟຟ້າ-ນໍ້າປະປາ, ລົດສື່ມວນຊົນ, ລົດຄະນະສະເພາະກິດ, ລົດເຈົ້າໜ້າທີ່ປະຕິບັດງານ, ລົດຂົນສົ່ງສິນຄ້າ-ສະບຽງອາຫານ ແລະ ລົດທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ .ຖ້າບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດມາດຕະການຂອງຄະນະສະເພາະກິດຂັ້ນສູນກາງ, ນະຄອນຫຼວງວຽງຈັນ ແລະ ຄໍາສັ່ງສະບັບນີ້ ທາງເຈົ້າໜ້າທີ່ຈະປັບໃໝຢ່າງເຂັ້ມງວດ ແລະ ເດັດຂາດ ດັ່ງນີ້: ບຸກຄົນລະເມີດ ປັບໃໝ 3.000.000 ກີບ/ຄົນ/ຄັ້ງ; ນິຕິບຸກຄົນ ໃຫ້ປັບໃໝ 10.000.000 ກີບ/ຄົນ/ຄັ້ງ.ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນເວລາອອກຈາກບ້ານ ໃຫ້ເອົາໃຈໃສ່ປະຕິບັດກົດລະບຽບຈະລາຈອນ, ຄໍາສັ່ງ ແລະ ແຈ້ງການຂອງຂັ້ນເທີງວາງອອກຢ່າງເຂັ້ມງວດ ຖ້າບໍ່ມີຄວາມຈໍາເປັນກໍ່ໃຫ້ຢູ່ບ້ານ-ເຮືອນ ຈົນກວ່າຈະມີມາດຕະການຜ່ອນຜັນ ເພື່ອປ້ອງກັນພະຍາດໂຄວິດ-19 ທີ່ພວມລະບາດໃນປັດຈຸບັນ.

ທີ່ມາ:ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ 

ShareTweetShare
Next Post
ໜັກໜ່ວງ!. ນະຄອນຫຼວງ ຊຸມຊົນ+164 ຄົນ

ໜັກໜ່ວງ!. ນະຄອນຫຼວງ ຊຸມຊົນ+164 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...