ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 2, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປກສ ແຂວງອຸດົມໄຊ ບຸກຍຶດໄດ້ ເຄື່ອງອັດ ແລະ ຢາຫຼາຍພັນເມັດ

jon by jon
ເດືອນກັນຍາ 28, 2021
in ທົ່ວໄປ
0
Home ທົ່ວໄປ

ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງອຸດົມໄຊ ເປີດເຜີຍວ່າ: ພາຍຫຼັງທີ່ໄດ້ຮັບຂໍ້ມູນຈາກພົນລະເມືອງດີ ໃນຕົ້ນເດືອນກັນຍາ ທີ່ຜ່ານມາວ່າ ຢູ່່ດິນສວນໃກ້ກັບເຮືອນຂອງ ທ້າວ ຈູໄລວ້າ ບ້ານພູສະຫວັນ ເມືອງໄຊ ມີຮ່ອງຮອຍສົງໄສພົວພັນຢາເສບຕິດ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ແລະ ຕິດຕາມ ເຫັນວ່າ ມີມູນຄວາມຈິງ ແລະ ສາມາດເຊື່ອຖືໄດ້ ກ່ອນນໍາກໍາລັງເຂົ້າກວດຄົ້ນເຄຫະສະຖານ (ເຮືອນສົງໄສ) ແລະ ຈັບກຸມເປົ້າໝາຍ 2 ຄົນ ໃນວັນທີ 25 ກັນຍາ 2021.

ຜ່ານການສອບສວນໃນເບື້ອງຕົ້ນ ຍັງສາມາດຂະຫຍາຍຜົນເຖິງພັກພວກຮ່ວມຂະບວນ ອີກ 2 ຄົນ ລວມເປັນ 4 ຄົນ ຊື່ ທ້າວ ຈຸໄລວ້າ ອາ ຍຸ 48 ປີ, ທ້າວ ປໍຈົວລີ ອາຍຸ 29 ປີ, ທ້າວ ຊົວເຈີລີ ອາຍຸ 58 ປີ ແລະ ທ້າວ ວົງລີ ອາຍຸ 19 ປີ ພວກກ່ຽວຢູ່່ບ້ານພູສະຫວັນ. ສໍາລັບການກວດຄົ້ນເຄຫະສະຖານ ທີ່ພົວພັນກັບຢາເສບຕິດຄັ້ງນີ້, ມີທັງໝົດ 3 ຈຸດ ຄື:

ຈຸດທີ 1: ແມ່ນເຮືອນຂອງ ທ້າວ ຈູໄລວ້າ ສາມາດຢຶດເຄື່ອງຂອງກາງໄດ້ ຄື ຢາບ້າ ຈໍານວນ 265 ເມັດ, ບັ້ງເສບຢາບ້າ 1 ບັ້ງ, ເງິນ 2.000.000 ກີບ, ລົດຈັກ 1 ຄັນ ແລະ ໂທລະສັບ ມືຖື 2 ເຄື່ອງ.

ຈຸດທີ 2: ເຮືອນຂອງ ທ້າວ ປໍຈົວລີ, ທ້າວ ຊົວເຈີລີ ແລະ ທ້າວ ວົງລີ ( ທັງ 3 ແມ່ນຄົນໃນຄອບຄົວດຽວກັນ) ກວດພົບເຫັນ ຢາບ້າ ຈໍານວນ 194 ເມັດ, ເງິນ 25.000 ບາດ, ປືນລົມ 1 ກະບອກ, ລົດຈັກ 2 ຄັນ, ໂທລະສັບມືຖື 2 ເຄື່ອງ ແລະ ລົດເກັງ ຍີ່ຫໍ້ HYUNDAI ສີປອນເງິນ ທະ ບຽນ ກທ 6448 ກໍາແພງນະຄອນ.

ຈຸດທີ 3: ກວດຄົ້ນຫ້ອງໃຕ້ດິນ ຢູ່່ສວນຂອງ ທ້າວ ຈຸໄລວ້າ ແລະ ທ້າວ ປໍຈົວລີ ພົບເຫັນຢາບ້າ ເມັດສີແດງ ຈໍານວນ 8.790 ເມັດ, ຢາບ້າທີ່ຍັງເປັນແປ້ງຝຸ່່ນສີແດງ (ບໍ່ທັນໄດ້ອັດເປັນເມັດ) 1 ຖົງ ນ້ໍາໜັກ 5 ກິໂລກຼາມ, ຢາບ້າ ເປັນເມັດສີຂຽວ 4.170 ເມັດ, ແປ້ງຝຸ່ນປະສົມນ້ໍາໜັກ 12,8 ກິໂລກຼາມ, ຫົວຕອກກາຈ້ໍາ ມີເຄື່ອງໝາຍໂຕ Y ຈຳນວນ1 ອັນ, ເຄື່ອງໝາຍໂຕ A ຈຳນວນ1 ອັນ ແລະ ເຄື່ອງໝາຍເລກ 1 ຈໍານວນ 1 ອັນ ແລະ ອຸປະກອນອື່ນໆທີ່ກ່ຽວຂ້ອງຈໍານວນໜຶ່ງ.

ຜ່ານການສອບສວນ ທ້າວ ຈູໄລວ້າ ແລະ ທ້າວ ປໍຈົວລີ ຮັບສະພາບວ່າ: ໄດ້ຮ່ວມກັນເຄື່ອນໄຫວພົວພັນຢາເສບຕິດເເທ້,ສ່ວນເຄື່ອງຂອງກາງຢາບ້າ, ເຄື່ອງມື -ອຸປະກອນທີ່ກ່ຽວຂ້ອງ ທີ່ເຈົ້າໜ້າທີ່ກວດພົບເຫັນ ແລະ ສາມາດຢຶດໄດ້ໃນຫ້ອງໃຕ້ດິນ ຢູ່່ສວນນັ້ນ ແມ່ນຂອງພວກກ່ຽວແທ້.

ເຊິ່ງໃນຕົ້ນເດືອນສິງຫາ 2021 ພວກກ່ຽວໄດ້ຕິດຕໍ່ສັ່ງຊື້ເຄື່ອງມື-ອຸປະກອນນໍາຜູ້ຮ່ວມຂະບວນການ (ບໍ່ຮູ້ຊື່ ແລະ ທີ່ຢູ່່) ເຊິ່ງເປັນໂຊເຟີຂັບລົດບັນທຸກ 12 ລໍ້ ໃນລາຄາ 60.000.000 ກີບ.ພາຍຫຼັງທີ່ໄດ້ເຄື່ອງມາແລ້ວ ກໍໄດ້ພາກັນຂຸດຂຸມສ້າງຫ້ອງໃຕ້ຕິດ ແລ້ວຕິດຕໍ່ສັ່ງຊື້ແປ້ງຝຸ່່ນ ແລະ ສານເຄມີ ທີ່ໃຊ້ປະສົມປຸງແຕ່ງຢາບ້າ ແລະ ພວກກ່ຽວເຮັດສໍາແລ້ວຄັ້ງທໍາອິດ ໄດ້ຢາບ້າ ຈໍານວນ 18 ມັດ.

ຈາກນັ້ນ, ກໍນໍາໄປຂາຍໃຫ້ຊາຍບໍ່ຮູ້ຊື່ (ຄົນມາແຕ່ຕ່າງແຂວງ) ໂດຍການນັດສົ່ງຊື້-ຊາຍຢາບ້າ ໃຫ້ກັນຢູ່່ເຂດບ້ານຫຼັກ 44, ສ່ວນຢາບ້າ ແລະ ແປ້ງຝຸ່່ນ ທີ່ເຈົ້າຫນ້າທີ່ຢຶດໄດ້ໃນຫ້ອງໃຕ້ດິນ ແມ່ນຈໍານວນທີ່ບໍ່ທັນໄດ້ບັນຈຸໃສ່ຖົງ ແລະ ບໍ່ທັນໄດ້ອັດເປັນເມັດເທື່ອ.

ທ້າວ ຈູໄລວ້າ ຍັງໃຫ້ການອີກວ່າ: ສໍາລັບ ຢາບ້າ ຈໍານວນ 265 ເມັດ ທີ່ກວດພົບເຫັນຢູ່່ເຮືອນຂອງຜູ້ກ່ຽວນັ້ນ ແມ່ນນໍາອອກມາຈາກຫ້ອງໃຕ້ດິນ ເພື່ອນໍາມາໄວ້ເສບເອງ. ທ້າວ ປໍຈົວລີ ໄດ້ໃຫ້ການອີກວ່າ: ຢາບ້າ ຈໍານວນ 194 ເມັດ ທີ່ຢຶດໄດ້ຢູ່່ເຮືອນຂອງຕົນນັ້ນ ແມ່ນເອົາມາໃຫ້ ທ້າວ ຊົວເຈີລີ (ພໍ່) ເສບ.

ທ້າວ ຊົວເຈີລີ ໄດ້ໃຫ້ການວ່າ: ລູກຊາຍເອົາມາໃຫ້ຜູ້ກ່ຽວເສບແທ້, ສ່ວນການເຄື່ອນໄຫວຕ່າງໆນັ້ນ ແມ່ນບໍ່ຮັບຮູ້ ແລະ ທ້າວ ວົງລີ (ນ້ອງ ຊາຍ) ຂອງທ້າວ ປໍຈົວລີ ແມ່ນໄດ້ໃຫ້ການປະຕິເສດວ່າ ບໍ່ຮັບຮູ້ ແລະ ບໍ່ກ່ຽວຂ້ອງກັບຂະບວນການໃນຄັ້ງນີ້.

ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຍັງສືບຕໍ່ສອບສວນຂະຫຍາຍຜົນຫາກຸ່ມແກ້ງພັກພວກ ທີ່ຮ່ວມຂະບວນການ ເພື່ອນໍາຕົວມາດໍາເນີນຄະດີຕາມກົດໝາຍ.

ທີ່ມາ ຂ່າວ-ພາບ: ເພຈຄວາມສະຫງົບ Lao security News

ShareTweetShare
Next Post
ພົບຜູ້ຕິດເຊື້ອ ເພີ່ມໃໝ່ 547ຄົນ ເສຍຊີວິດ 1 ຄົນ

ພົບຜູ້ຕິດເຊື້ອ ເພີ່ມໃໝ່ 547ຄົນ ເສຍຊີວິດ 1 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...