ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 30, ເດືອນພະຈິກ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ການຄ້າແຈ້ງປິດຮ້ານຄ້າຊຸບເປີມາກ-ມີນິມາກ, ຕະຫຼາດກາງຄືນ, ຮ້ານຄ້າຂາຍຍົກ-ຂາຍຍ່ອຍທົ່ວໄປ

jon by jon
ເດືອນກັນຍາ 21, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ພະແນກອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ (ອຄ.ນວ) ອອກແຈ້ງການແນະນຳ ສະບັບເລກທີ 1323/ອຄ.ນວ, ຄພນ, ລົງວັນທີ 19 ກັນຍາ 2021

ເລື່ອງປະຕິບັດ ບັນດາມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂດວິດ-19 ແລະ ການບໍລິການ ຊື້-ຂາຍ ສິນຄ້າອຸປະໂພກ, ບໍລິໂພກ ແລະ ເຄື່ອງໃຊ້ສອຍປະຈໍາວັນທີ່ຈຳເປັນໃນໄລຍະ ແຕ່ວັນທີ 20-30 ກັນຍາ 2021 ໂດຍ ພະແນກ ອຄ.ນວ ອອກແຈ້ງການແນະນຳໃຫ້ປະຕິບັດດັ່ງນີ້:


1 ເລີ່ມແຕ່ວັນທີ 20 – 30 ກັນຍາ 2021 ໃຫ້ບັນດາຫົວໜ່ວຍວິສາຫະກິດ ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານຄ້າຊຸບເປີມາກ-ມີນີ້ມາກ, ຕະຫຼາດກາງຄືນ ແລະ ບັນດາຫ້າງຮ້ານດັ່ງນີ້: ຮ້ານຈໍາໜ່າຍເຄື່ອງນຸ່ງຫົ່ມ, ຮ້ານຈໍາໜ່າຍເຄື່ອງກໍ່ສ້າງ, ຮ້ານຈຳໜ່າຍເຄື່ອງໃຊ້ຄົວເຮືອນ, ຮ້ານຈຳໜ່າຍເຄື່ອງສໍາອາງ, ຮ້ານຈຳໜ່າຍເຄື່ອງໃຊ້ໄຟຟ້າ, ຮ້ານຈຳໜ່າຍໂທລະສັບ ແລະ ຮ້ານຄ້າຂາຍຍົກ-ຂາຍຍ່ອຍທົ່ວໄປ ຢູ່ນະຄອນຫຼວງວຽງຈັນ ແມ່ນໃຫ້ປິດການໃຫ້ບໍລິການ ຊົ່ວຄາວຕາມກໍານົດໄລຍະເວລາຂ້າງເທິງນີ້.

ຕະຫຼາດ ແມ່ນໃຫ້ເປີດຂາຍສະເພາະແຕ່ຮ້ານຄ້າທີ່ຂາຍສິນຄ້າ ປະເພດ: ສິນຄ້າກະສິກຳ, ອາຫານສົດ, ອາຫານແຫ້ງ, ເຄື່ອງປຸງແຕ່ງອາຫານ ແລະ ອາຫານຊື້ກັບບ້ານ ກໍານົດເວລາເປີດ-ປິດແຕ່ 6:00 ໂມງ – 18:00 ໂມງ ແຕ່ໃຫ້ປະຕິບັດມາດຕະການໄລຍະຫ່າງ ແຕ່ 01 ແມັດ ຂື້ນໄປ. ສ່ວນການບໍລິການ ຫຼື ຮ້ານຂາຍສິນຄ້າປະເພດອື່ນໆຢູ່ໃນຕະຫຼາດ ທີ່ບໍ່ຈໍາເປັນແມ່ນໃຫ້ປິດຊົ່ວຄາວ. ປ້ຳນໍ້າມັນເຊື້ອໄຟ ແມ່ນໃຫ້ເປີດບໍລິການຕາມປົກກະຕິ ແຕ່ໃຫ້ເຂັ້ມງວດການປະຕິບັດມາດຕະການປ້ອງກັນເຊື້ອພະຍາດໂດວິດ-19 ກຳນົດເວລາເປີດ-ປິດແຕ່ 6:00 ໂມງ – 18:00 ໂມງ.

2 ທຸກຫົວໜ່ວຍວິສາຫະກິດ ທີ່ດຳເນີນທຸລະກິດການຈຳໜ່າຍສິນຄ້າ ໃຫ້ປະຕິບັດມາດຕະການປ້ອງກັນ ຢ່າງເຂັ້ມງວດ, ຜູ້ໃຫ້ບໍລິການຕ້ອງໄດ້ຮັບວັກຊິນຄົບໂດສ ແລະ ຕ້ອງໄດ້ຂໍອະນຸຍາດການເຂົ້າ-ອອກ ນຳອໍານາດການປົກຄອງບ້ານ.

3 ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ຕາມລຳພັງໃຈ, ກັກຕຸນສິນຄ້າ ທີ່ເປັນການເອົາປຽບຜູ້ບໍລິໂພກໂດຍບໍ່ຊອບທໍາ ແລະ ຈໍາໜ່າຍສິນຄ້າທີ່ບໍ່ປອດໄພທາງດ້ານຄຸນນະພາບເປັນອັນຂາດ, ການຈໍາໜ່າຍສິນຄ້າໃຫ້ຜູ້ຊົມໃຊ້ໃນແຕ່ລະຄັ້ງແມ່ນໃຫ້ຕອບສະໜອງໃນປະລິມານທີ່ເໝາະສົມ, ບໍ່ໃຫ້ຜູ້ຊົມໃຊ້ຊື້ສິນຄ້າເປັນຈຳນວນຫຼາຍ ເພື່ອໄປກັກຕຸນ. ຫ້າມຈໍາໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ແລະ ຫ້າມຊື້-ຂາຍ ຊະຊາຍຕາມແຄມທາງ ແລະ ກາງຖະໜົນ, ເສັ້ນທາງ, ຂາຍນອກສະຖານທີ່ ທີ່ອະນຸຍາດ ຢ່າງເດັດຂາດ.

4 ສຳລັບຫົວໜ່ວຍວິສາຫະກິດໃດ ທີ່ໄດ້ລະເມີດມາດຕະການປ້ອງກັນພະຍາດໂຄວິດ-19, ໂດຍບໍ່ມີການຕັ້ງຈຸດກວດກາຢູ່ບໍລິເວນທາງເຂົ້າ, ບໍ່ມີການວັດແທກອຸນນະພູມ, ບໍ່ມີນ້ຳຢາລ້າງມືແບບລ້າງແຫ້ງ ຫຼື ລ້າງມືແບບປຽກ ຫຼື ບໍ່ແນະນຳໃຫ້ໃສ່ຜ້າປິດປາກ-ດັງ ແມ່ນຈະຖືກປັບໃໝ 10.000.000 ກີບ/ຄັ້ງ ຫຼື ມອບໃຫ້ເຈົ້າໜ້າທີ່ ເພື່ອລົງໂທດຕາມລະບຽບກົດໝາຍທີ່ກ່ຽວຂ້ອງແລ້ວແຕ່ກໍລະນີ,

ກ້າວໄປເຖິງການຖອນໃບອະນຸຍາດດໍາເນີນທຸລະກິດ ແລະ ໃຫ້ປິດກິດຈະການດັ່ງກ່າວຢ່າງຖາວອນ. ຖ້າບຸກຄົນໃດ ບໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ເຊັ່ນ ຢູ່ທາງເຂົ້າຕະຫຼາດ: ການວັດແທກອຸນຫະພູມ, ລ້າງມືແບບລ້າງແຫ້ງ ຫຼື ລ້າງມືແບບປຽກ, ໃສ່ຜ້າປິດປາກ-ຕັ້ງ ແລະ ການປະຕິບັດໄລຍະຫ່າງກັນແຕ່ 01 ແມັດຂຶ້ນໄປ) ແມ່ນຈະຖືກປັບໃໝ 3.000.000 ກີບ/ຄົນ/ຄັ້ງ.

5 ບໍ່ຕິດປ້າຍລາຄາສິນຄ້າ, ແຈ້ງຂໍ້ມູນບໍ່ຖືກຕ້ອງກັບຄວາມຈິງກ່ຽວກັບໂຄງປະກອບລາຄາ ຫຼື ດັງແຮສໍາຮອງ, ບໍ່ແຈ້ງໂຄງປະກອບລາຄາ, ນຳເອົາສິນຄ້າໃນຄັ້ງແຮອອກຈໍາໜ່າຍໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະຄຸ້ມຄອງລາຄາ, ຢຸດ-ປະຕິເສດ ຫຼື ແກ່ຍາວເວລາການຈໍາໜ່າຍສິນຄ້າ ຫຼື ການບໍລິການ ໂດຍບໍ່ມີເຫດຜົນ, ນຳໃຊ້ໂຄງປະກອບລາຄາໂດຍບໍ່ໄດ້ຮັບອະນຸຍາດ ແລະ ບັນດາຂໍ້ຫ້າມອື່ນໆທີ່ກຳນົດໄວ້ໃນຂໍ້ 4 ຂອງແຈ້ງການແນະນໍາສະບັບນີ້ ໃຫ້ປັບໃໝແຕ່: 500.000- 5.000.000 ກິບ/ຄັ້ງ/ລາຍການ.

ShareTweetShare
Next Post
ໂຄວິດມື້ນີ້ +331 ຄົນຊຸມຊົນ +260 ຄົນ (21ກັນຍາ2021)

ໂຄວິດມື້ນີ້ +331 ຄົນຊຸມຊົນ +260 ຄົນ (21ກັນຍາ2021)

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ດວງເຮັງແທ້!. ແຕກອີກແລ້ວ ເດິ້ ເລກ​ 5 ກັບ​ 6 ໂຕ​

    0 shares
    Share 0 Tweet 0
  • ສູດ ຮັກສາພະຍາດ ຄໍໜຽງກິນເລືອດ ໃຫ້ເຊົາໄດ້ ພາຍໃນ 3-4 ເດືອນ ພຽງດື່ມນຳ້ຢານາງທຸກວັນ ກໍ່ຫາຍຂາດ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...