ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່ເປິດເຜີຍເຫດການເມຍຫຼວງຈູດເມຍນ້ອຍ

jon by jon
ເດືອນກັນຍາ 16, 2021
in ທົ່ວໄປ
0
Home ທົ່ວໄປ

ມາສະຫຼຸບເລື່ອງ: ສໍາລັບເຫດການທີ່ແມ່ຍິງສອງຄົນຜິດຖຽງກັນຢູ່ທີ່ບ້ານຖິ່ນທ່ຽງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ເຖິງຂັ້ນທໍ າ ຮ້ າ ຍ ຮ່າງກາຍຢ່າງຮຸນແຮງ ດ້ວຍການໃຊ້ ນໍ້ າ ມັ ນ ແ ອັ ດ ຊັ ງ ຫົ ດໃສ່ຄູ່ກໍລະນີ ກ່ອນ ຂີ ດ ໄ ຟ ຈ ເຮັດໃຫ້ໄດ້ຮັບບາດເຈັບສາຫັດ ກາຍເປັນກະແສໂດ່ງດັງທາງສື່ສັງຄົມອອນລາຍ ແລະ ມີຫາງສຽງວິຈານ ໄປຫຼາຍແງ່ມູມດ້ວຍການບໍລິໂພກຂໍ້ມູນບາງດ້ານທີ່ບໍ່ ຖື ກຕ້ອງ. ຕໍ່ກັບບັນຫາດັ່ງກ່າວ, ພັທ ສິງຄໍາ ລໍວັນໄຊ ຮັກສາການຫົວ ໜ້າກອງບັນຊາການ ປກສ ເມືອງປາກງື່ມ ໄດ້ເປີດເຜີຍຕໍ່ນັກຂ່າວໜັງສືພິມຄວາມສະຫງົບ ໃນວັນທີ 15 ກັນຍາ 2021 ວ່າ: ກ່ຽວກັບເຫດການການເອົານໍ້າມັນສາດໃສ່ຮ່າງກາຍແລ້ວເອົາ ໄ ຟ ຈ. ເຮັດໃຫ້ມີຄົນໄດ້ຮັບບາດເຈັບສາຫັດ 1 ຄົນ ແລະ ບາດເຈັບສົມຄວນ 1 ຄົນ; ເຊິ່ງເກີດຂຶ້ນໃນວັນທີ 8 ກັນຍາ, ເວລາປະມານ 14:00 ໂມງ, ຜູ້ກໍ່ເຫດຊື່ນາງ ດອກຈັນ ອາຍຸ 19 ປີ ບ້ານຖິ່ນທ່ຽງ.

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໃຫ້ການຕໍ່ເຈົ້າໜ້າທີ່ ວ່າ: ໃນປີ 2019 ໄດ້ສ້າງຄອບຄົວກັບ ທ້າວ ສຸວັນທອນ ຫຼື ຕົ້ນ ອາຍຸ 29 ປີຢູ່ບ້ານຖິ່ນທ່ຽງ ຢ່າງຖືກຕ້ອງຕາມລະບຽບກົດໝາຍ ຈົນມີລູກນໍາກັນ 1 ຄົນ ອາຍຸ 10 ເດືອນ ແລະ ກໍາລັງຖືພາຜູ້ທີ 2 ໄດ້ 6 ເດືອນ; ຕະຫຼອດໄລຍະຜ່ານມາ, ພວກກ່ຽວແມ່ນມີເລື່ອງຜິດຖຽງ ແລະ ບໍ່ເຂົ້າໃຈກັນເປັນປະຈໍາ ຍ້ອນຜົວເປັນຄົນອາລົມຮ້ອນ ແລະ ມັກຫຼິ້ນສາວ ມາຮອດປີ 2020, ຈຶ່ງໄດ້ຮູ້ວ່າ: ທ້າວ ຕົ້ນ (ຜົວ) ໄດ້ມີການພົວພັນກັບ ນາງ ພອນສະຫວັນ ຫຼື ເມ ອາຍຸ 19 ປີບ້ານດອນໄຮ່ ແບບຊູ້-ສາວ; ເຊິ່ງໃນໄລຍະຜ່ານມາ, ອໍານາດການປົກຄອງບ້ານ ແລະ ຍາດຕິພີ່ນ້ອງ ຍັງໄດ້ເອີ້ນຜົວ ແລະ ນາງ ເມ ໄປສຶກສາອົບ ຮົມ-ກ່າວເຕືອນ ແຕ່ພວກຜູ້ກ່ຽວຍັງບໍ່ຢຸດເຊົາ ຍັງໄປມາຫາສູ່ກັນຢູ່. ໃນຕົ້ນເດືອນກັນຍາ 2021, ນາງ ດອກຈັນ (ຜູ້ກໍ່ເຫດ) ໄດ້ໄປຫາ ນາງ ເມ ຢູ່ເຮືອນເພື່ອຕັກເຕືອນໃຫ້ຢຸດເຊົາຕິດຕໍ່ກັບຜົວຕົນເອງມາແລ້ວ. ໃນມື້ເກີດເຫດ, ຄືວັນທີ 8 ກັນຍາ 2021, ເວລາປະມານ 14:00 ໂມງ ນາງ ດອກຈັນ ໄດ້ຊວນໝູ່ອີກ 2 ຄົນ ໄປຕັດໄມ້ຢູ່ສວນບ້ານດົງກະລຶມ ເພື່ອມາເຮັດຄອກໄກ່. ແຕ່ບັງເອີນບໍ່ເຫັນ ພ້ າ ຢູ່ເຮືອນ ຈຶ່ງຄິດວ່າ: ຜົວເອົາ ພ້ າ ໄປໄວ້ເຮືອນພີ່ນ້ອງຊື່ ທ້າວ ໂກເຊ່ (ສະຖານທີ່ເກີດເຫດ). ຈາກນັ້ນ, ຈຶ່ງໄດ້ຂີ່ລົດ ຈັກໄປເອົາ ພ້ າ ຢູ່ເຮືອນຫຼັງດັ່ງກ່າວ ພາຍຫຼັງທີ່ໄປຮອດຜູ້ກ່ຽວພົບເຫັນເກີບແມ່ຍິງ ແຕ່ຜູ້ກ່ຽວກໍບໍ່ໄດ້ຄິດຫຍັງ ເພາະຄິດວ່າ ເປັນເກີບຂອງແມ່ບ້ານທີ່ມາເຮັດວຽກອານາໄມຢູ່ນັ້ນ.

ຈາກນັ້ນ, ຜູ້ກ່ຽວຈຶ່ງໄດ້ຍ່າງໄປເຄາະປະຕູຫ້ອງນອນ ແມ່ບ້ານ 2-3 ຄັ້ງ ເພື່ອຈະຂໍເອົາພ້າ ແລະ ໃນຂະນະນັ້ນພົບເຫັນ ນາງ ເມ ໄຂປະຕູອອກມາ. ເມື່ອເຫັນແນວນັ້ນ, ຈຶ່ງໄດ້ມີປາກສຽງຜິດຖຽງກັນ ແລະ ຍັງໄດ້ໃຊ້ມືຖືຖ່າຍຄລິບວິດີໂອໄວ້ ເພື່ອເປັນຫຼັກຖານຢັ້ງຢືນວ່າ: ທ້າວ ສຸວັນທອນ (ຜົວ) ໄດ້ເອົານາງ ເມ ມາເຊື່ອງໄວ້ຢູ່ເຮືອນພີ່ນ້ອງ. ແຕ່ໃນຂະນະນັ້ນ, ທ້າວ ໂກເຊ່ ແລະ ໝູ່ທີ່ໄປນໍາໄດ້ພາກັນມາຫ້າມເອົາໄວ້ ແຕ່ທັງສອງກໍຍັງສືບຕໍ່ຜິດກັນຢູ່; ນາງ ດອກຈັນ ຈຶ່ງໄດ້ຍ່າງໄປຈັບເອົາ ນໍ້າ ມັ ນ ແ ອັ ດ ຊັ ງຢູ່ບໍລິເວນໃກ້ຄຽງເຊິ່ງບັນຈຸໄວ້ໃນຕຸກນໍ້າດື່ມຫົວເສຶອ (ຕຸກກາງ) ປະມານເຄິ່ງຕຸກມາສາດໃສ່ຮ່າງກາຍຂອງນາງ ເມ ພ້ອມທັງໄດ້ໄປຈັບເອົາກັບໄຟ ແລະ ທຽນຢູ່ຮ້ານບູຊາ ເພື່ອມາຂີດໄຟໃສ່ທຽນ ແລ້ວເວົ້ານາບຂູ່ວ່າ: ຈະ ຈ ນາງ ເມ 2-3 ຄັ້ງ. ແຕ່ນາງ ເມໄດ້ເອົາຕົວໄປລີ້ຢູ່ດ້ານຫຼັງຂອງທ້າວ ໂກເຊ່. ເວລາຕໍ່ມາ, ນາງ ດອກຈັນ ທີ່ໄດ້ຂີດໄຟໃສ່ທຽນຢູ່ແລ້ວໄດ້ທຽນຍືນອອກໄປ ເຮັດໃຫ້ຖືກແຂນນາງ ເມ ຈົນເກີດມີໄຟລຸກໄໝ້ຖ້ວມຕົນຕົວນາງ ເມ ຈົນໄດ້ຮັບບາດເຈັບສາຫັດ, ສ່ວນທ້າວ ໂກເຊ່ ແມ່ນໄດ້ຮັບບາດເຈັບຫຼາຍສົມຄວນ.

ເຈົ້າໜ້າທີ່ຍັງ ໃຫ້ຮູ້ອີກວ່າ: ການກະທໍາຂອງ ນາງ ດອກຈັນ ເປັນການກະທໍາໂດຍເຈດຕະນາ, ເຊິ່ງສະແດງອອກວ່າ: ໄດ້ໃຊ້ນໍ້າມັນແ ອັດຊັງທີ່ເປັນເຊື້ອເພີງສາດໃສ່ຮ່າງກາຍຂອງຜູ້ອື່ນ ແລ້ວໃຊ້ໄຟຈູດໃສ່ ຈົນເຮັດໃຫ້ຄົນອື່ນໄດ້ຮັບບາດເຈັບສາ ຫັດ, ເຊິ່ງການກະທໍາດັ່ງກ່າວ ແຕະຕ້ອງເຖິງ ຊີ ວິ ດ ແລະ ສຸຂະ ພາບຄົນອື່ນ ເປັນການກະທໍາທີ່ອັນຕ ະ ລາຍ ແລະ ສະເທືອນຂວັນໃຫ້ແກ່ສັງຄົມ, ເຊິ່ງຜິດຕໍ່ປະມວນກົດໝາຍອາຍາ ໃນຂໍ້ກ່າວຫາ: ການຄາດຕະກໍາຍ້ອນຖືກກະທົບທາງດ້ານຈິດໃຈ (ຂັ້ນພະຍາຍາມ). ແຕ່ຍ້ອນຜູ້ກ່ຽວມີລູກນ້ອຍ ແລະ ກໍາລັງຖືພາ ເຫັນຕາມາດຕາ 103 ຂໍ້ 2 ຂອງປະມວນ ກົດໝາຍອາຍາ ແຫ່ງ ສປປ ລາວ, ຈຶ່ງໃຫ້ຄອບຄົວຄໍ້າປະກັນດ້ວຍເງິນສົດ ຈໍານວນ 30 ລ້ານກີບ. ຢ່າງໃດກໍຕາມ, ຕໍ່ກັບກະດີດັ່ງກ່າວເຈົ້າໜ້າທີ່ຮຽກຂອງມາຍັງພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການຊົມໃຊ້ສື່ອອນໄລ ແລະ ບໍລິໂພກຂໍ້ມູນຂ່າວສານ ທີ່ຖືກຕ້ອງຈາກທາງການເທົ່ານັ້ນ.

ທີ່ມາ: ໜັງສືພີມຄວາມສະຫງົບ

ShareTweetShare
Next Post
ເຮັດໄດ້ລົງ! ລົດໃຫຍ່ຕຳລົດຈັກແລ້ວໜີ

ເຮັດໄດ້ລົງ! ລົດໃຫຍ່ຕຳລົດຈັກແລ້ວໜີ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...