ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 2, ເດືອນຕຸລາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຫັນດຸໝັ່ນຜິດປົກກະຕິທີ່ແທ້ເພາະລິດຢາເສບຕິດ

jon by jon
ເດືອນກັນຍາ 13, 2021
in ທົ່ວໄປ
0
Home ທົ່ວໄປ

ພາຍຫຼັງ ກອງບັນຊາການ ປກສ ເມືອງໄຊເຊດຖາ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍວ່າ: ນັບແຕ່ 6 ເດືອນຕົ້ນປີ 2021 ຜ່ານມາ ສາງເກັບມ້ຽນເຄື່ອງປະເພດໄດນາໂມ, ປໍ້າດູດນ້ຳ, ຖັງແກັດ, ໜ້າເຕົາແກັດ ແລະ ອື່ນໆ ມູນຄ່າ 68,380,000 ກີບ ຖືກເສ ຍຫາຍ ຕັ້ງຢູ່ບ້ານໂພນພະເນົາ ເມືອງໄຊເຊດຖາ ຖືກຄົນຮ້າຍລັ ກ, ຈຶ່ງໄດ້ເກັບກໍາຂໍ້ມູນ, ຊອກຫາຮ່ອງຮອຍການກະທໍາຜິດ ຈຶ່ງມີຫຼັກຖານ

ໜັກແໜ້ນຮັດກຸມ ຮອດວັນທີ 16 ສິງຫາ 2021 ສາມາດຈັບຜູ້ກະທຳຜິດຊື່ ທ້າວ ໜູໄຊ ອາຍຸ 38 ປີ ກຳມະກອນ ພາຍໃນຮ້ານ ບ້ານໂພນພະເນົາ ເມືອງໄຊເຊດຖາ ນວ ພ້ອມດ້ວຍ ຢ 20 ເມັ ດ ມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ໜູໄຊ ຮັບສາລະພາບວ່າ: ຕົນເອງເປັນກໍາມະກອນ ຢູ່ເຮືອນຂອງຜູ້ເສ ຍຫາຍ(ນາຍຈ້າງ) ຍ້ອນຄວາມດຸໝັ່ນ ເຈົ້າຂອງເຮືອນໄວ້ໃຈ, ຕົກມາຮອດເດືອນ 6-7 ປີ 2021 ຕົນບໍ່ມີເງິນຊື້ ຢ ມາ ເ ສ ບ ຈຶ່ງໄດ້ລັກເອົາເຄື່ອງ ຢູ່ໃນສາງເກັບມ້ຽນເຄື່ອງຢູ່ເຮືອນຂອງນາຍຈ້າງ ຈໍານວນຫຼາຍຄັ້ງ ໄປເຊື່ອງໄວ້ປ່າຫຍ້າໃກ້ເຮືອນ ແລ້ວຈຶ່ງນຳເອົາເຄື່ອງໄປຂາຍໃຫ້ຄົນ ຢູ່ຕາມເສັ້ນທາງ ຫຼັງຈາກໄດ້ເງິນແລ້ວ ກໍ່ກັບມາຢູ່ເຮືອນຂອງຕົນ. ຕົກມາຮອດວັນທີ 16 ສິງຫາ 2021 ເວລາ 16:00 ໂມງ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊເຊດຖາ ຈຶ່ງໄດ້ເຂົ້າກັກຕົວ ພ້ອມກວດພົບ ຢ ຈໍານວນ 20 ເ ມັ ດ. ປະຫັວດຜ່ານມາ ປີ 2018 ທ້າວ ໜູໄຊ ເຄີຍຖືກສານຕັດອິດສະລະພາບ ຈໍາຄຸກ 02 ປີ 6 ເດືອນ ໃນຂໍ້ກ່າວຫາລັ ກຊັ ບພົນລະເມືອງ (ລົດຈັກ).

ເຄື່ອງທີ່ຖືກລັ ກ ເຈົ້າໜ້າທີ່ ສາມາດເກັບກູ້ເຄື່ອງຄືນໄດ້ມີ: ຖັງແກັດ 7 ຖັງ, ຫົວເຕົາແກ໋ດ 1 ຫົວ, ບັ້ງມອດໄພ 2 ບັ້ງ, ສະຫວ່ານ 1 ອັນ, ໄດດູດນໍ້າ 1 ໜ່ວຍ, ພັດລົມ 1 ໜ່ວຍ, ວິທະຍຸ 2 ໜ່ວຍ, ຊິງ 1 ໜ່ວຍ ແລະ ສາຍໄຟຈໍານວນໜື່ງ.

ປັດຈຸບັນຄະດີດັ່ງກ່າວ ຢູ່ໃນຂັ້ນຕອນສືບສວນ-ສອບສວນ ຂອງກອງບັນຊາການ ປກສ ເມືອງໄຊເຊດຖານະຄອນຫຼວງວຽງຈັນ ເພື່ອເປີດກວ້າງຂະຫຍາຍຜົນ ສືບຄົ້ນຫາກຸ່ມແກ້ງທີ່ຮ່ວມຂະບວນການ ມາດຳເນີນຄະດີ.

ທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງ

ShareTweetShare
Next Post
ເສົ້າໃຈ! ປະຊາຊົນບ້ານໂພນໃຜ່ ເມືອງສາລະວັນ ເ ສ ຍ ຊີ ວິ ດ ຈາກ ພາຍຸໂກນເຊິນ

ເສົ້າໃຈ! ປະຊາຊົນບ້ານໂພນໃຜ່ ເມືອງສາລະວັນ ເ ສ ຍ ຊີ ວິ ດ ຈາກ ພາຍຸໂກນເຊິນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ໃບປະກາດແດງ ຄົນດຽວ ຂອງພາກວິຊາບໍລິຫານທຸລະກິດ ຂອງມະຫາວິທະຍາໄລແຫ່ງຊາດ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...